ບໍລິສັດເຄື່ອງຈັກໄຟຟ້າມິດຊູບິຊິຍີ່ປຸ່ນຍອມຮັບວ່າໄດ້ເຮັດຂໍ້ມູນປອມມາເປັນເວລາ 40 ປີແລ້ວ

2022-05-09 15:26:17 cri


ຫວ່າງມໍ່ນີ້, ບໍລິສັດເຄື່ອງຈັກໄຟຟ້າມິດຊູບິຊິຍີ່ປຸ່ນໄດ້ຍອຮັບແລ້ວວ່າ: ໝໍ້ແບ່ງໄຟທີ່ຜະລິດໂດຍບໍລິສັດຕົນ ມີບັນຫາເຮັດຂໍ້ມູນປອມກ່ຽວກັບການກວດກາຄຸນນະພາບ.

ຍ້ອນໄດ້ຮັບຜົນກະທົບຈາກເລື່ອງນີ້, ໃນວັນທີ 6 ພຶດສະພານີ້, ອົງການຮັບຮອງນານາຊາດໄດ້ຢຸດຕິການນຳໃຊ້ໃບຢັ້ງຢືນຄຸນນະພາບ 2 ລາຍການຂອງໂຮງງານທີ່ກ່ຽວຂ້ອງຂອງບໍລິສັດເຄື່ອງຈັກໄຟຟ້າມິດຊູບິຊິຍີ່ປຸ່ນເປັນການຊົ່ວຄາວ ຄື: ໃບຢັ້ງຢືນຄຸນນະພາບຕາມລະບົບຄຸ້ມຄອງຄຸນະພາບສາກົນ ISO9001 ແລະໃບຢັ້ງຢືນຄຸນນະພາບຕາມມາດຕະຖານຂະແໜງການທາງລົດໄຟສາກົນ. ສິ່ງທີ່ໜ້າສົນໃຈກໍຄື: ມີໂຮງງານ 6 ແຫ່ງຂອງບໍລິສັດເຄື່ອງຈັກໄຟຟ້າມິດຊູບິຊິຍີ່ປຸ່ນ ໄດ້ຖືກຍົກເລີກ ຫຼືຢຸດຕິການນຳໃຊ້ໃບຢັ້ງຢືນຄຸນນະພາບສາກົນເປັນການຊົ່ວຄາວ ຍ້ອນການເຮັດຂໍ້ມູນປອກ່ຽວກັບການກວດກາຄຸນນະພາບ.

ໝໍ້ແບ່ງໄຟ 3.400 ໜ່ວຍທີ່ກ່ຽວຂ້ອງກັບເລື່ອງໃນຄັ້ງນີ້ ໄດ້ຖືກຈຳໜ່າຍໄປທັງພາຍໃນຍີ່ປຸ່ນ ແລະຕ່າງປະເທດ, ໃນນັ້ນ, ລວມທັງບໍລິສັດທາງລົດໄຟຂອງຍີ່ປຸ່ນ ແລະໂຮງງານໄຟຟ້ານິວເຄລຍທີ່ກຳລັງດຳເນີນງານຢູ່.