ການຢ້ຽມຢາມອີຣານຂອງຜູ້ຕາງໜ້າສະຫະພາບເອີຣົບ ຈະເຮັດໃຫ້ການເຈລະຈາກ່ຽວກັບບັນຫານິວເຄລຍຂອງອີຣານກ້າວເດີນໄປຕາມທິດທາງທີ່ຖືກຕ້ອງ

2022-05-10 14:05:51 cri

ວັນທີ 9 ພຶດສະພານີ້, ທ່ານຮາທິບ ຊາເດ ໂຄສົກກະຊວງການຕ່າງປະເທດອີຣານກ່າວວ່າ: ທ່ານມາອູຣາ, ຜູ້ປະສານງານສະຫະພາບເອີຣົບ ຮອງເລຂາທິການໃຫຍ່ອົງການເຄື່ອນໄຫວກັບພາຍນອກສະຫະພາບເອີຣົບ ຈະເດີນທາງຢ້ຽມຢາມອີຣານໃນວັນທີ 10 ພຶດສະພານີ້. ການຢ້ຽມຢາມໃນຄັ້ງນີ້ຈະເຮັດໃຫ້ການເຈລະຈາລະຫວ່າງຝ່າຍຕ່າງໆທີ່ກ່ຽວຂ້ອງກັບສັນຍາຮອບດ້ານວ່າດ້ວຍບັນຫານິວເຄລຍຂອງອີຣານ ກ້າວເດີນໄປຕາມທິດທາງທີ່ຖືກຕ້ອງ.

    ທ່ານຮາທິບ ຊາເດ ກ່າວຕື່ມວ່າ: ອີຣານ ແລະຝ່າຍຕ່າງໆທີ່ກ່ຽວຂ້ອງກັບສັນຍາວ່າດ້ວຍບັນຫານິວເຄລຍຂອງອີຣານ ໄດ້ດຳເນີນການເຈລະຈາກັນມາໂດຍຕະຫຼອດ ພ້ອມທັງໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບເນື້ອໃນຂອງສັນຍາ. ອີຣານ ແລະອາເມຣິກາໄດ້ແລກປ່ຽນຄວາມເຫັນເຊິ່ງກັນແລະກັນ ໂດຍຜ່ານຜູ້ຕາງໜ້າສະຫະພາບເອີຣົບ. ຖ້າວ່າອາເມຣິກາຕົກລົງຄືນສິດທິຊົນຊາດໃຫ້ກັບອີຣານ, ການເຈລະຈາກ່ຽວກັບບັນຫານິວເຄລຍຂອງອີຣານຈະມີຄວາມອາດເປັນໄປໄດ້ທີ່ຈະບັນລຸສັນຍາທີ່ເປັນເອກະພາບກັນ.