ຊີຣີ: ສະໜັບສະໜູນຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງຂອງໂລກທີ່ຈີນສະເໜີອອກ

2022-05-11 16:24:29 cri


ວັນທີ 10 ພຶດສະພາ 2022, ກະຊວງການຕ່າງປະເທດຊີຣີໄດ້ອອກຖະແຫຼງການ, ໂດຍສະໜັບສະໜູນຂໍ້ລິເລີ່ມທີ່ຈີນສະເໜີອອກໃນລະດັບສາກົນ, ໂດຍສະເພາະແມ່ນຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງຂອງໂລກ.

ກະຊວງການຕ່າງປະເທດຊີຣີ ແຈ້ງໃຫ້ຮູ້ວ່າ: ຊີຣີສະໜັບສະໜູນຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງຂອງໂລກທີ່ທ່ານສີຈິ້ນຜິງ ປະທານປະເທດຈີນສະເໜີອອກໃນເວລາກ່າວຄຳປາໄສໃນພິທີໄຂກອງປະຊຸມປະຈຳປີ 2022 ຂອງເວທີປຶກສາຫາລືອາຊີ-ໂປອາວ. ກະຊວງການຕ່າງປະເທດຊີຣີເນັ້ນໜັກວ່າ: ຊີຣີຍິນດີທຳຄວາມພະຍາຍາມ, ເພື່ອຮັບມືກັບສິ່ງທ້າທາຍສາກົນທີ່ນັບມື້ນັບເຄັ່ງຕຶງ, ສ້າງໂລກທີ່ປອດໄພກວ່າເກົ່າແລະໝັ້ນທ່ຽງກວ່າເກົ່າ, ພື່ອບັນລຸອະນາຄົດທີ່ສວຍງາມຂອງມວນມະນຸດ.

ກະຊວງການຕ່າງປະເທດຊີຣີໃຫ້ຮູ້ຕື່ມວ່າ: ຊີຣີໄດ້ເຂົ້າຮ່ວມຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ແລະໄດ້ເຊັນບົດບັນທຶກຄວາມເຂົ້າໃຈທີ່ກ່ຽວຂ້ອງ, ຊີຣີຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງຊີຣີກັບຈີນ.