ທ່ານໂຈ ໄບເດັນເຊັນຮັບຮອງ “ກົດໝາຍວ່າດ້ວຍການໃຫ້ຢືມເຊົ່າສະບັບໃໝ່” ຕໍ່ອູແກຣນ

2022-05-11 14:40:12 CRI

ເພື່ອສະໜອງອາວຸດໃຫ້ແກ່ອູແກຣນໂດຍໄວ ແລະ ບໍ່ມີຂີດຈຳກັດ, ວັນທີ 9 ພຶດສະພານີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ເຊັນຮັບຮອງກົດໝາຍວ່າດ້ວຍການໃຫ້ຢືມເຊົ່າສະບັບໜຶ່ງ ເພື່ອສະໜັບສະໜູນອູແກຣນໃນການປ້ອງກັນປະເທດ.

ອີງຕາມກົດໝາຍສະບັບນີ້, ປະທານາທິບໍດີອາເມຣິກາສາມາດມອບສິດໃຫ້ລັດຖະບານອາເມຣິກາເຊົ່າ ຫຼື ຢືມວັດສະດຸປ້ອງກັນປະເທດໃຫ້ແກ່ລັດຖະບານອູແກຣນ ໃນສົກການເງິນປີ 2022 ແລະ 2023 ເຊິ່ງມີຈຸດປະສົງເລັ່ງລັດການຂົນສົ່ງອາວຸດໄປໃຫ້ອູແກຣນ ແລະ ບໍ່ໄດ້ຈຳກັດປະເພດຂອງອາວຸດ. ແຕ່ວ່າ, ກົດໝາຍວ່າດ້ວຍການໃຫ້ຢືມເຊົ່າຈະບໍ່ແມ່ນຮູບການຊ່ວຍເຫຼືອລ້າ, ອູແກຣນຈະຕ້ອງໄດ້ຈ່າຍຄ່າເຊົ່າຢືມໃຫ້ແກ່ອາເມຣິກາຕາມທີ່ລະບຸໄວ້ໃນກົດໝາຍສະບັບນີ້, ແຕ່ອູແກຣນຈະບໍ່ມີຄວາມສາມາດໃນການຈ່າຍຄ່າເຊົ່າຢືມໃນປັດຈຸບັນ, ຄາດວ່າ, ອູແກຣນຈະແກ່ຍາວເວລາໃນການຈ່າຍຄ່າໃຊ້ຈ່າຍເຫຼົ່ານີ້.