ອາເມຣິການັ້ນແຫຼະແມ່ນປະເທດທີ່ມີການບັງຄັບອອກແຮງງານຢ່າງຮ້າຍແຮງທີ່ສຸດ

2022-05-17 15:01:59 cri


ວັນທີ 16 ພຶດສະພານີ້,ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດ ຈີນໄດ້ກ່າວວ່າ:ກະຊວງການຕ່າງປະເທດອາເມຣິກາໄດ້ປະກາດບົດລາຍງານຊ້ຳ ແລ້ວຊ້ຳອີກໂດຍປ່າວປະກາດຄຳຫຼອກລວງແຫ່ງສະຕະວັດທີ່ເອົ້າວ່າ “ຢູ່ຊິນຈ່ຽງ ມີການບັງຄັບອອກແຮງງານ ມີຄ້າຍຄຸມຂັງ ມີການຄອບງຳ”ແລະອື່ນໆໂດຍມີ ເຈດຕະນາໃສ່ຮ້າຍປ້າຍສີເຂດຊິນຈ່ຽງເພື່ອສະກັດກັ້ນການພັດທະນາຂອງປະເທດຈີນ,ແຕ່ເລ່ຫຼ່ຽມນີ້ຈະບໍ່ສາມາດປະກົດຜົນເປັນຈິງໄດ້.


ມີຂ່າວລາຍງານວ່າ:ຫວ່າງບໍ່ດົນນີ້,ກະຊວງການຕ່າງປະເທດອາເມຣິກາໄດ້ ປະກາດບົດລາຍງານທີ່ຍື່ນໃຫ້ລັດຖະສະພາໂດຍກ່າວວ່າ:ກຽມເພີ່ມຄວາມກົດດັນປະເທດຈີນຍ້ອນເຜົ່າອຸ່ຍເກີແລະຊົນເຜົ່າສ່ວນໜ້ອຍອື່ນໆຢູ່ເຂດຊິນ ຈ່ຽງປະສົບກັບອັນທີ່ເອີ້ນວ່າ “ການທໍລະມານທີ່ໜ້າຢ້ານ”.


ທ່ານຈ້າວລີ້ຈ່ຽນໄດ້ຊີ້ໃຫ້ເຫັນວ່າ:ອາເມຣິກາໄດ້ຫຼອກລວງວ່າຢູ່ເຂດຊິນຈ່ຽງ ມີ“ຄ້າຍຄຸມຂັງ”,ແຕ່ໃນຕົວຈິງແລ້ວ,ອາເມຣິການັ້ນແຫຼະແມ່ນຜູ້ທີ່ມີຄວາມຊຳໜິ ຊຳນານໃນການກັກຂັງໜ່ວງໜ່ຽວແລະການທຸບຕີທໍລະມານ,ຮ້າຍແຮງກວ່ານີ້ຍັງ ແມ່ນມືມືດຜູ້ຢູ່ເບື້ອງຫຼັງຄຸກເຖື່ອນຢູ່ຕ່າງປະເທດ.ຫຼາຍປີຜ່ານມານີ້,ອົງການສືບ ຂ່າວລັບຂອງອາເມຣິກາຫຼືCIAໄດ້ສ້າງຄຸກເຖື່ອນຢ່າງໜ້ອຍຢູ່ 54 ປະເທດແລະ ເຂດແຄວ້ນ,ໄດ້ຄຸມຂັງຫຼາຍແສນຄົນ.ຢູ່ຄຸກເຖື່ອນຫຼາຍແຫ່ງຂອງອາເມຣິກາໄດ້ປະກົດມີຂ່າວຂາຍຂີ້ໜ້າໃນການທຸບຕີທໍລະ ມານຜູ້ຖືກຄຸມຂັງດ້ວຍຄວາມໂຫດຮ້າຍປ່າເຖື່ອນທີ່ເຮັດໃຫ້ຄົນຕື່ນຕົກໃຈ.


ທ່ານຈ້າວລີ້ຈ່ຽງໄດ້ກ່າວຕື່ມວ່າ:ປັດຈຸບັນຢູ່ເຂດຊຸນຈ່ຽງປະເທດຈີນ,ສັງຄົມມີຄວາມສະຫງົບສຸກ,ເສດຖະກິດຈະເລີນຮຸ່ງເຮືອງແລະມີການພັດທະນາ,ປະຊາຊົນຢູ່ເຢັນເປັນສຸກ,ສິດທີ່ຖືກຕ້ອງຕາມກົດໝາຍຂອງປະຊາຊົນບັນດາເຜົ່າມີການຮັບ ປະກັນຢ່າງເຕັມສ່ວນ.