ຈີນຄັດຄ້ານການຂະຫຍາຍແນວຄິດວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ ເພື່ອຕ້ານກັບປະເທດແລະວິສາຫະກິດທີ່ກຳນົດໄວ້

2022-05-18 11:29:45 cri


ໂດຍແນໃສ່ການລາຍງານຂ່າວກ່ຽວກັບອາເມຣິກາມີແຜນຈະເພີ່ມມາດຕະການ ການລົງໂທດວິສາຫະກິດທີ່ລະເມີດອັນທີ່ເອີ້ນວ່າກົດລະບຽບວ່າດ້ວຍການສົ່ງອອກສິນຄ້າ, ວັນທີ 17 ພຶດສະພານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ການກະທຳດ່າງກ່າວຂອງອາເມຣິກາ ໄດ້ຝ່າຝືນຫຼັກການເສດຖະກິດຕະຫຼາດແລະກົດລະບຽບການຄ້າສາກົນ, ຈະທຳລາຍຄວາມໝັ້ນຄົງຂອງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງຂອງໂລກ ເຊິ່ງຈະສ້າງຜົນເສຍຫາຍໃຫ້ກັບຄົນອື່ນລວມທັງຕົນເອງ.

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດຽວກັນ, ທ່ານວ່າງເວີ່ນປິ່ນໄດ້ກ່າວເນັ້ນໜັກວ່າ: ຈີນຄັດຄ້ານການກະທຳຂອງອາເມຣິກາທີ່ຂະຫຍາຍແນວຄິດວ່າດ້ວຍຄວາມໝັ້ນຄົງແຫ່ງຊາດມາໂດຍຕະຫຼອດ, ນຳໃຊ້ກຳລັງຂອງປະເທດທົ່ວທີບ ເພື່ອຕ້ານກັບປະເທດແລະວິສາຫະກິດທີ່ກຳນົດໄວ້ຢ່າງໄຮ້ເຫດຜົນ.