ເລຂາທິກາໃຫຍ່ສປຊຮຽກຮ້ອງໃຫ້ຕໍ່ຕ້ານແນວຄິດຄຽດຊັງເຊື້ອຊາດອື່ນແລະລັດທິຈຳແນກເຊື້ອຊາດຜິວພັນ

2022-05-20 14:59:51 cri



ວັນທີ 19 ພຶດສະພານີ້, ອົງການສະຫະປະຊາຊາດໄດ້ຈັດກອງ ປະຊຸມເວທີປຶກສາຫາລືກ່ຽວກັບການກວດສອບບັນຫາຜູ້ຍົກຍ້າຍຖິ່ນຖານສາກົນ. ເຈົ້າໜ້າທີ່ ຂັ້ນສູງຂອງອົງການສະຫະປະຊາຊາດ, ຜູ້ຕາງໜ້າຂອງອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານແລະບຸກຄົນໃນວົງການຕ່າງໆໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.

 ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ກ່າວຢືນຢັນວ່າ: ປະຊາຄົມໂລກຕ້ອງປົກປ້ອງຜູ້ຍົກຍ້າຍຖິ່ນຖານໃຫ້ດີກວ່າເກົ່າ, ພ້ອມທັງຕໍ່ຕ້ານແນວຄິດຄຽດຊັງເຊື້ອຊາດອື່ນແລະລັດທິຈຳແນກ ເຊື້ອຊາດຜິວພັນ. ປະຊາຄົມໂລກຕ້ອງປ່ຽນແປງຄວາມເຂົ້າໃຈແລະວິທີການຄຸ້ມຄອງ ຜູ້ຍົກຍ້າຍຖິ່ນຖານ ເພື່ອເຮັດໃຫ້ມັນກາຍເປັນແຫຼ່ງຄວາມຈະເລີນຮຸ່ງເຮືອງ, ແຕ່ບໍ່ຄວນເຮັດໃຫ້ວິທີດັ່ງກ່າວກາຍເປັນຄວາມໄຮ້ມະນຸດສະທຳ. ທ່ານກູເຕີເຣັສຮຽກຮ້ອງໃຫ້ປະຊາຄົມໂລກຄວນຮັກສາທ່ວງທ່າການ ຮ່ວມມືກັນ ເພື່ອສ້າງອະນາຄົດທີ່ປອດໄພກວ່າເກົ່າແລະມີຄວາມຈະເລີນ ຮຸ່ງເຮືອງຫຼາຍກວ່າເກົ່າໃຫ້ແກ່ທຸກຄົນເຊິ່ງລວມທັງຜູ້ຍົກຍ້າຍຖິ່ນຖານ.