ເຈົ້າໜ້າທີ່ອົງການພະລັງງານປະລະມານູສາກົນໃຫ້ຄຳເຫັນກ່ຽວກັບແຜນການປ່ອຍນ້ຳປົນເປື້ອນລັງສີລົງນ້ຳທະເລຂອງຍີ່ປຸ່ນ

2022-05-21 16:48:41 ​ຊີ​ອາ​ໄອ

ຕອນບ່າຍວັນທີ 20 ພຶດສະພານີ້ ກ່ອນສິ້ສຸດການຢ້ຽມຢາມຍີ່ປຸ່ນເປັນເວລາ 3 ວັນ, ທ່ານຣາຟາເອວ ໂກຣຊີ ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນໄດ້ຈັດກອງປະຊຸມຂ່າວຢູ່ນະຄອນຫຼວງໂຕກຽວ ໂດຍເນັ້ນວ່າ: ປະຊາຊົນຍີ່ປຸ່ນ, ປະເທດກໍ່ຄືເຂດແຄວ້ນທີ່ຢູ່ອ້ອມຂ້າງມີສິດສະແດງຄວາມເປັນຫ່ວງຕໍ່ແຜນການຂອງຍີ່ປຸ່ນກ່ຽວກັບການ ປ່ອຍນ້ຳປົນເປື້ອນລັງສີລົງນ້ຳ, ສ່ວນອົງການພະລັງງານປະລະມານສາກົນກໍ່ຈະສືບຕໍ່ດຳເນີນການກວດກາແລະຢືນຢັນຕໍ່ແຜນການປ່ອຍນ້ຳປົນເປື້ອນລັງສີດັ່ງກ່າວຂອງຍີ່ປຸ່ນ.

ພ້ອມກັນນັ້ນ, ປະຊາຊົນຍີ່ປຸ່ນກໍ່ມີສຽງຄັດຄ້ານແຜນການດັ່ງກ່າວເພີ່ມຫຼາຍຂຶ້ນ. ຕອນທ່ຽງວັນທີ 20 ພຶດສະພານີ້ ອົງການຈັດຕັ້ງປະຊາຊົນຂອງຍີ່ປຸ່ນຫຼາຍອົງການໄດ້ຈັດການປະທ້ວງຢູ່ຕໍ່ໜ້າສານສູງໂຕກຽວ ເພື່ອທວງໃຫ້ສືບສວນຫາໜ້າທີ່ຮັບຜິດຊອບຂອງບໍລິສັດພະລັງງານໄຟຟ້າໂຕກຽວໃນການເປັນຜູ້ກໍ່ເຫດນິວເຄຣຍຮົ່ວ. ໂດຍແນ່ໃສ່ເລື່ອງທີ່ຄະນະກຳມະການວາງແຜນພະລັງງານປະລະມານູຍີ່ປຸ່ນຜ່ານຮັບຮອງແຜນການປ່ອຍນ້ຳປົນເປື້ອນລັງສີຂອງບໍລິສັດດັ່ງກ່າວລົງທະເລນັ້ນ ຜູ້ເຂົ້າຮ່ວມການປະທ້ວງເຫັນວ່າ, ຄັດຄ້ານການເປີດໄຟຂຽວໃຫ້ແກ່ການປ່ອຍນ້ຳປົນເປື້ອນລັງສີລົງນ້ຳມະເລ.