ໃນທົ່ວໂລກກວດພົບຜູ້ຕິດເຊື້ອພະຍາດຝີດາດລີງ(Monkeypox) ປະມານ 80 ກໍລະນີ

2022-05-21 14:46:45 cri

ວັນທີ 20 ພຶດສະພານີ້ຕາມເວລາທ້ອງຖິ່ນ, ອົງການອະນາໄມໂລກໄດ້ຈັດກອງປະຊຸມໜ່ວຍງານທີ່ປຶກສາດ້ານເຕັກນິກ ເພື່ອປຶກສາຫາລືຂໍ້ມູນກ່ຽວກັບເຊື້ອພະຍາດຝີດາດລີງ(Monkeypox) ແມາດຕະການຮັບມືກັບບັນຫານີ້. ປັດຈຸບັນ, ໃນທົ່ວໂລກໄດ້ກວດພົບຜູ້ຕິດເຊື້ອພະຍາດຝີດາດລີງປະມານ 80 ກໍລະນີ ແລະຍັງມີອີກ 50 ກໍລະນີຢູ່ໃນຂັ້ນຕອນຢືນຢັນການບົ່ງມະຕິ. ຄຽງຄູ່ກັບບໍລິເວນຕິດຕາມ ກວດກາຂະຫຍາຍກວ້າງອອກ, ອາດຈະກວດພົບຜູ້ຕິດເຊື້ອພະຍາດຝີດາດລີງຫຼາຍຂຶ້ນໃນຕໍ່ໜ້ານີ້.

ອົງການອະນາໄມໂລກຊີ້ອອກວ່າ: ໂດຍທົ່ວໄປແລ້ວ, ເຊື້ອພະຍາດຝີດາດລີງແມ່ນແຜ່ລະບາດຢູ່ລະຫວ່າງສັດບາງຊະນິດໃນປະເທດຈຳນວນໜຶ່ງ, ບາງເທື່ອກໍມີປະຊາຊົນທ້ອງຖິ່ນ ແລະນັກທ່ອງທ່ຽວຕິດເຊື້ອພະຍາດນີ້. ປັດຈຸບັນ, ໃນທົ່ວໂລກມີ 11 ປະເທດ ແລະເຂດແຄວ້ນໄດ້ກວດພົບເຊື້ອພະຍາດຝີດາດລີງແລ້ວ.