ໂຄສົກກະຊວງການຕ່າງປະເທດຈີນກ່າວຄຳປາໄສກ່ຽວກັບບັນຫາທີ່ກ່ຽວຂ້ອງກັບໄຕ້ຫວັນໃນກອງປະຊຸມໃຫຍ່ອົງການອະນາໄມໂລກຄັ້ງທີ 75

2022-05-24 16:07:42 cri

      ວັນທີ 23 ພຶດສະພາປີ 2022, ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວປາໄສກ່ຽວກັບບັນຫາທີ່ກ່ຽວຂ້ອງກັບໄຕ້ຫວັນໃນກອງປະຊຸມໃຫຍ່ອົງການອະນາໄມໂລກຄັ້ງທີ 75 ໂດຍມີເນື້ອໃນດັ່ງນີ້:

      ກອງປະຊຸມຄົບຄະນະແລະຄະນະກຳມະການວຽກງານສັງລວມຂອງກອງປະຊຸມໃຫຍ່ອົງການອະນາໄມໂລກຫຼື WHO ຄັ້ງທີ 75 ຕ່າງກໍໄດ້ທຳການຕົກລົງໂດຍໄດ້ປະຕິເສດຢ່າງຈະແຈ້ງວ່າຈະບໍ່ນຳເອົາຍັດຕິທີ່ມີຄຳວ່າ “ເຊື້ອເຊີນໄຕ້ຫວັນເຂົ້າຮ່ວມກອງປະຊຸມໃຫຍ່ອົງການອະນາໄມໂລກໃນຖານະເປັນຜູ້ສັງເກດການ” ທີ່ບາງປະເທດສະເໜີອອກເຂົ້າເປັນວາລະກອງປະຊຸມ ເຊິ່ງນີ້ໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນວ່າ: ຫຼັກການປະເທດຈີນດຽວແມ່ນສອດຄ່ອງກັບຄວາມປາຖະໜາຮ່ວມຂອງປະຊາຄົມໂລກ,ພັດທະນາໄປຕາມເສັ້ນທາງທີ່ຖືກຕ້ອງແລະບໍ່ສາມາດທ້າທາຍເກາະຜິດໃດໆໄດ້.

      ພັກມີນຈີ້ນຂອງໄຕ້ຫວັນບໍ່ເອົາຫົວຊານຳຄວາມມຸ່ງມາດປາຖະໜາຂອງບັນດາຝ່າຍແລະຄວາມສົມບູນພູນສຸກຂອງປະຊາຊົນພີ່ນ້ອງຮ່ວມຊາດໄຕ້ຫວັນ,ມີເຈດຕະນາຍຸແຍ່ຕາມລຳພັງໃຈໃຫ້ປະເທດທີ່ຕົນຖືວ່າເປັນ “ປະເທດທີ່ມີການພົວພັນທາງການທູດ” ກັບຕົນສະເໜີຍັດຕິທີ່ກ່ຽວຂ້ອງກັບໄຕ້ຫວັນ, ບາງປະເທດສະໜັບສະໜູນແລະຍຸຍົງສົ່ງເສີມແບບທາງການແລະລັບໆ,ປຸກປັ່ນຢາກໃຫ້ສ້າງສະພາບຄວາມວຸ້ນວາຍ. ການກະທຳທີ່ຊົ່ວຮ້າຍແລະຝືນກັບກະແສປະຫວັດສາດເຫຼົ່ານີ້ໄດ້ຮັບການຄັດຄ້ານຢ່າງເປັນເອກະພາບກັນຈາກປະເທດທີ່ຍຶດຖືຫຼັກໝັ້ນເປັນທຳຢູ່ໃນໂລກ. ກ່ອນໄຂກອງປະຊຸມ, ໄດ້ມີເກືອບ 90 ປະເທດສະແດງຄວາມຍຶດໝັ້ນຫຼັກການປະເທດຈີນດຽວແລະຄັດຄ້ານໄຕ້ຫວັນເຂົ້າຮ່ວມກອງປະຊຸມໃຫຍ່ອົງການອະນາໄມໂລກໂດຍຜ່ານຮູບແບບຕ່າງໆເຊັ່ນ: ສົ່ງຈົດໝາຍໄປຍັງອົງການອະນາໄມໂລກເປັນການສະເພາະແລະອື່ນໆ.

      ລັດຖະບານສູນກາງຈີນໄດ້ເອົາໃຈໃສ່ໃນລະດັບສູງຕໍ່ສຸຂະພາບແລະຄວາມສົມບູນພູນສຸກຂອງພີ່ນ້ອງຮ່ວມຊາດໄຕ້ຫວັນ. ພາຍໃຕ້ເງື່ອນໄຂເບື້ອງຕົ້ນຫຼັກການປະເທດຈີນດຽວ, ໄດ້ທຳການຈັດວາງຢ່າງເໝາະສົມຕໍ່ເຂດໄຕ້ຫວັນໃນການເຂົ້າຮ່ວມວຽກງານສາທາລະນະສຸກຂອງໂລກ. ພາຍຫຼັງໄດ້ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ແລ້ວ, ລັດຖະບານສູນກາງຈີນໄດ້ແຈ້ງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ເຂດໄຕ້ຫວັນປະມານ 400 ເທື່ອ ແລະໃນ 1 ປີຜ່ານມາ ທາງສູນກາງຈີນໄດ້ອະນຸມັດໃຫ້ຜູ້ຊ່ຽວຊານດ້ານສາທາລະນະສຸກຂອງເຂດໄຕ້ຫວັນເຂົ້າຮ່ວມກິດຈະກຳເຕັກນິກຂອງອົງການອະນາໄມໂລກ 44 ຊຸດມີທັງໝົດ 47 ເທື່ອຄົນ. ຢູ່ເຂດໄຕ້ຫວັນໄດ້ສ້າງຕັ້ງໃຫ້ມີຈຸດຕິດຕໍ່ຂອງ “ກົດລະບຽບສາທາລະນະສຸກສາກົນ”, ສາມາດໄດ້ຮັບຊາບແລະແຈ້ງຂໍ້ມູນຂ່າວສານກ່ຽວກັບເຫດການສາທາລະນະສຸກທີ່ເກີດຂຶ້ນກະທັນຫັນຢ່າງທັນເວລາໄດ້. ສ່ວນຄຳວ່າ “ການຂາດເຂີນດ້ານລະບົບປ້ອງກັນພະຍາດສາກົນ” ນັ້ນຈັ່ງແມ່ນເປັນເລື່ອງຕະຫຼົກແທ້ໆ.

      ພວກຂ້າພະເຈົ້າເຕືອນໃຫ້ພັກມີນຈີ້ນຂອງໄຕ້ຫວັນອີກເທື່ອໜຶ່ງ

ວ່າ: ການທີ່ສະແຫ ວງຫາການເປັນເອກະລາດດ້ວຍການນຳເອົາບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຂໍ້ອ້າງນັ້ນຈະບໍ່ມີທາງອອກຢ່າງເດັດຂາດ. ຈີນເຕືອນໃຫ້ບາງປະເທດຢຸດຕິຫັນເອົາບັນຫາສາທາລະນະສຸກເປັນບັນຫາການເມືອງ, ຢຸດຕິສວຍໃຊ້ບັນຫາໄຕ້ຫວັນແຊກແຊງວຽກງານພາຍໃນຂອງຈີນ, ຖ້າບໍ່ດັ່ງນັ້ນບໍ່ພຽງແຕ່ຈະທຳຮ້າຍໂຕເອງຄືກັບເອົາກ້ອນຫີນໂຍນໃສ່ຕີນຕົນເອງເທົ່ານັ້ນ,ຍ່ອມຈະປະລາໄຊຢ່າງແນ່ນອນ.