ຣັດເຊຍຍິນດີຖອນສິດຂອງນະຄອນຫຼວງມົສກູທີ່ຈະເປັນເຈົ້າພາບສຳຮອງຂອງງານວາງສະແດງໂລກປີ 2030

2022-05-24 11:30:53 CRI


     ວັນທີ 23 ພຶດສະພາປີ 2022, ລັດຖະບານຣັດເຊຍແຈ້ງໃຫ້ຮູ້ວ່າ: ໃນມື້ດຽວກັນ, ຣັດເຊຍຍິນດີຖອນສິດຂອງນະຄອນຫຼວງມົສກູທີ່ຈະເປັນເຈົ້າພາບສຳຮອງຂອງງານວາງສະແດງໂລກປີ 2030, ທ່ານມິກຮາອິວ ມິສຸສຕິນ ນາຍົກລັດຖະມົນຕີຣັດເຊຍໄດ້ສົ່ງສານໄປຍັງທ່ານດິມິຕຣີ ເຄີເຄນເຊສ ເລຂາທິການໃຫຍ່ອົງການການວາງສະແດງສາກົນກ່ຽວກັບເລື່ອງນີ້.



     ວັນທີ 23 ພຶດສະພາປີ 2022, ເວັບໄຊລັດຖະບານຣັດເຊຍກໍໄດ້ແຈ້ງຂ່າວວ່າ: ຣັດເຊຍຍິນດີທຳການຕົກລົງຄືແນວນີ້ຢ່າງລຳບາກ, ຫວັງວ່າໃນອະນາຄົດ, ງານວາງສະແດງໂລກຈະສາມາດກັບຄືນສູ່ປະຫວັດສາດ, ກາຍເປັນກິດຈະກຳທີ່ບໍ່ມີລັກສະນະການເມືອງ ແລະມີຜົນປະໂຫຍດຕົວຈິງ, ມີຜົນດີຕໍ່ການຊຸກຍູ້ການພັດທະນາເສດຖະກິດແລະເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຊາດ.