ຈີນຮູ້ສຶກເສຍໃຈທີ່ສຸດຕໍ່ເຫດການກວາດຍິງຄົນທີ່ຮ້າຍແຮງເກີດຂຶ້ນເທື່ອແລ້ວເທື່ອອີກຢູ່ອາເມຣິກາ ເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບຢ່າງຫຼວງຫຼາຍ

2022-05-26 15:53:10 cri

      ກ່ຽວກັບເຫດການກວາດຍິງຄົນທີ່ເກີດຂຶ້ນຢູ່ໂຮງຮຽນປະຖົມແຫ່ງໜຶ່ງໃນລັດເທັກຊັສຂອງອາເມຣິກາ ເຮັດໃຫ້ຄູແລະນັກຮຽນເສຍຊີວິດ ໃນຫວ່າງມໍ່ໆມານີ້, ທ່ານ ຫວ່າງເຫວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 25 ພຶດສະພາປີ 2022 ວ່າ: ຈີນຮູ້ສຶກເສຍໃຈທີ່ສຸດຕໍ່ເຫດການກວາດຍິງຄົນທີ່ຮ້າຍແຮງແບບນີ້ເກີດຂຶ້ນແລ້ວເກີດຂຶ້ນອີກຢູ່ອາເມຣິກາ ເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບເປັນຈຳນວນຫຼາຍ,ຈີນຂໍສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງຕໍ່ຜູ້ເສຍຊີວິດ ແລະສະແດງຄວາມເຫັນໃຈຕໍ່ຜູ້ໄດ້ຮັບບາດເຈັບກໍຄືຄອບຄົວຂອງຜູ້ເສຍຊີວິດ.

      ທ່ານ ຫວ່າງເຫວີນປິ່ນ ກ່າວວ່າ: ສິດໃຊ້ຊີວິດແມ່ນສິດທິມະນຸດທີ່ໃຫຍ່ທີ່ສຸດ, ການຈຳແນກເຊື້ອຊາດຜິວພັນແມ່ນບໍ່ມີຄວາມຍຸຕິທຳທີ່ສຸດ. ອາເມຣິກາແມ່ນປະເທດທີ່ມີການໃຊ້ຄວາມຮຸນແຮງດ້ວຍອາວຸດປືນແລະຈຳແນກເຊື້ອຊາດຜິວພັນຢ່າງໜັກໜ່ວງທີ່ສຸດ,ພ້ອມທັງແມ່ນປະເທດທີ່ມີການຂາດດຸນດ້ານສິດທິມະນຸດໜັກໜ່ວງທີ່ສຸດ. ແຕ່ສິ່ງທີ່ບໍ່ສາມາດຮັບເອົາໄດ້ນັ້ນແມ່ນ, ໃນຫຼາຍສິບປີຜ່ານມາ, ປະຊາຊົນອາເມຣິກາບໍ່ໄດ້ເຫັນວ່າລັດຖະບານປະເທດຕົນໄດ້ນຳໃຊ້ມາດຕະການທີ່ແທ້ຈິງຄືແນວໃດໃນການແກ້ໄຂບັນຫາດັ່ງກ່າວ.

      ທ່ານ ຫວ່າງເຫວີນປິ່ນ ກ່າວຕື່ມວ່າ: ລັດຖະບານອາເມຣິກາບໍ່ເອົາຫົວຊານຳສິດທິມະນຸດຂອງປະຊາຊົນອາເມຣິກາທີ່ຖືກລ່ວງລ້ຳຢ່າງເປັນລະບົບ,ແຕ່ພັດໄດ້ສົນໃຈນຳແຕ່ເລື່ອງການໂຈມຕີແລະແຊກແຊງປະເທດອື່ນຕາມລຳພັງໃຈດ້ວຍຂໍ້ອ້າງສິດທິມະນຸດ. ເຊິ່ງນີ້ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ຄຳວ່າໃຫ້ຄວາມສຳຄັນແກ່ສິດທິມະນຸດຂອງອາເມຣິກາແມ່ນຖ້ອຍຄວາມທີ່ຈອມປອມແລະບໍ່ເປັນຄວາມຈິງ. “ລັດຖະບານອາເມຣິກາບໍ່ເອົາຫົວຊານຳສິດທິມະນຸດຂອງປະຊາຊົນປະເທດຕົນ,ສະນັ້ນຈະເອົາໃຈໃສ່ສິດທິມະນຸດຂອງປະເທດອື່ນຢ່າງແທ້ຈິງໄດ້ຄືແນວໃດ? ສິ່ງທີ່ອາເມຣິກາເອົາໃຈໃສ່ຢ່າງແທ້ຈຶ່ງມີພຽງແຕ່ຖືເອົາສິດທິມະນຸດເປັນເຄື່ອງມືໃນການຄວບຄຸມ,ໂຈມຕີແລະບີບບັງຄັບປະເທດອື່ນເທົ່ານັ້ນ.”

      ທ່ານ ຫວ່າງເຫວີນປິ່ນ ກ່າວຕື່ມອີກວ່າ: ຈີນຮຽກຮ້ອງໃຫ້ອາເມຣິກາເອົາໃຈໃສ່ສິດທິມະນຸດຂອງປະຊາຊົນອາເມຣິກາຢ່າງແທ້ຈິງ,ຍື່ນບົດລາຍງານດ້ານສິດທິມະນຸດຂອງອາເມຣິກາສະບັບໜຶ່ງໃຫ້ໂລກໂດຍໄວ,ສຳຫຼວດຕົນເອງຄືນໃໝ່ຢ່າງເລິກເຊິ່ງວ່າ:ເປັນຫຍັງອາເມຣິກາຈຶ່ງໄດ້ກາຍເປັນປະເທດທີ່ມີການໃຊ້ຄວາມຮຸນແຮງດ້ວຍອາວຸດປືນທີ່ໜັກໜ່ວງທີ່ສຸດຢູ່ໃນໂລກ? ຂະນະດຽວກັນ,ອາເມຣິກາຄວນນຳໃຊ້ມາດຕະການທີ່ມີປະສິດທິຜົນໂດຍໄວເທົ່າທີ່ຈະໄວໄດ້,ເພື່ອຮັບປະກັນຄວາມປອດໄພດ້ານຊີວິດຂອງປະຊາຊົນປະເທດຕົນ.