ປະຊາຄົມໂລກມີການຮັບຮູ້ທີ່ຈະແຈ້ງແລະພາວະວິໄສຕໍ່ໜ້າທີ່ຮັບຜິດຊອບ ທີ່ອາເມຣິກາຄວນແບກຫາບໃນການປະທະກັນລະຫວ່າງຣັດເຊຍກັບອູກແຣນ

2022-05-28 15:38:00 cri

ວັນທີ 27 ພຶດສະພານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຈີນໄດ້ເອົາໃຈໃສ່ເຖິງການຖະແຫຼງທ່າທີທີ່ກ່ຽວຂ້ອງຂອງລັດຖະມົນຕີກະຊວງການຕ່າງປະເທດອີຣານ. ນີ້ໄດ້ສະແດງໃຫ້ເຫັນອີກຄັ້ງໜຶ່ງວ່າ: ປະຊາຄົມໂລກມີການຮັບຮູ້ທີ່ຈະແຈ້ງແລະພາວະວິໄສຕໍ່ໜ້າທີ່ຮັບຜິດຊອບ ທີ່ອາເມຣິກາ ຄວນແບກຫາບໃນການປະທະກັນລະຫວ່າງຣັດເຊຍກັບອູກແຣນ.

ຂ່າວແຈ້ງວ່າ: ທ່ານ ອັບໂດລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດອີຣານໄດ້ກ່າວໃນກອງປະຊຸມປະຈຳປີຂອງເວທີປຶກສາຫາລືເສດຖະກິດໂລກດາວໍສວ່າ: ການກະທຳທ້າທາຍເກາະຜິດຂອງອາເມຣິກາແລະອົງການນາໂຕໄດ້ພາໃຫ້ເກີດການປະທະກັນຣັດເຊຍ-ອູກແຣນ. ອີຣານສະໜັບສະໜູນການແກ້ໄຂການປະທະກັນຣັດເຊຍ-ອູກແຣນໂດຍຜ່ານການສົນທະນາແລະຊ່ອງທາງການທູດ.

ທ່ານວ່າງເວີນປິ່ນກ່າວວ່າ: ໃນຄວາມເປັນຈິງແລ້ວ, ໃນ 190 ກວ່າປະເທດສະມາຊິກອົງການ ສປຊ, ມີຫຼາຍກວ່າ 140 ປະເທດບໍ່ໄດ້ເຂົ້າຮ່ວມການລົງໂທດຕໍ່ຣັດເຊຍ ເຊິ່ງມີປະຊາກອນຫຼາຍກວ່າ 6 ຕື້ຄົນ. ປະເທດສ່ວນໃຫຍ່ໃນໂລກບໍ່ເຫັນດີນຳໃຊ້ການລົງໂທດແຕ່ຝ່າຍດຽວແລະການຄວບຄຸມຈາກທາງໄກ ທີ່ບໍ່ມີຫຼັກອ້າງອີງຕາມກົດໝາຍສາກົນແລະບໍ່ມີການມອບສິດຈາກສະພາຄວາມໝັ້ນຄົງ, ລ້ວນແຕ່ໄດ້ຄັດຄ້ານການເລືອກຝ່າຍ ແລະການເປັນປໍລະປັກກັນລະຫວ່າງກຸ່ມ.

ທ່ານວ່າງເວີນປິ່ນກ່າວເນັ້ນໜັກວ່າ: “ອາເມຣິກາຄວນຕັ້ງໜ້າຮັບຟັງຫາງສຽງທີ່ພາວະວິໄສແລະຍຸຕິທຳຂອງປະຊາຄົມໂລກ, ສຳນຶກຄືນຕໍ່ໜ້າທີ່ຮັບຜິດຊອບທີ່ຕົນຄວນແບກຫາບໃນວິກິດການອູກແຣນຢ່າງແທ້ຈິງ, ຈັດການສົນທະນາຢ່າງຮອບດ້ານກັບຣັດເຊຍໂດຍໄວ, ສ້າງເງື່ອນໄຂເພື່ອແກ້ໄຂວິກິດການຜ່ານທາງການເມືອງ, ແຕ່ບໍ່ແມ່ນສືບຕໍ່ຈ້ອງເບິ່ງໄຟສົງຄາມຢູ່ໄກໆ ແລະຕື່ມນ້ຳມັນໃສ່ກອງໄຟອີກ.”