ທ່ານ ວາງຢີ້ ກ່າວວ່າ: ໂລກະທັດແລະທັດສະນະກ່ຽວກັບຈີນຂອງອາເມຣິກາເກີດມີຄວາມຜິດພາດຢ່າງໜັກໜ່ວງ

2022-05-29 15:07:25 cri

      ວັນທີ 28 ພຶດສະພານີ້, ກ່ຽວກັບຄຳຖາມຂອງນັກຂ່າວທີ່ວ່າ: ໃນຫວ່າງມໍ່ໆມານີ້, ທ່ານ ອັນໂຕນີ ບຣິນເຄັນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ກ່າວປາຖະກະຖາກ່ຽວກັບນະໂຍບາຍທີ່ວ່າຈີນໄດ້ “ເປັນການທ້າທາຍໄລຍະຍາວທີ່ໜັກໜ່ວງທີ່ສຸດ” ຕໍ່ລະບຽບການສາກົນ, ສະນັ້ນອາເມຣິກາຈະລົງທຶນຕົນເອງ,ສາມັກຄີກັນກັບພັນທະມິດ,ແຂ່ງຂັນກັນກັບຈີນ, ເຊິ່ງເລື່ອງນີ້ຈະມີຜົນກະທົບແນວໃດຕໍ່ສະຖານະການສາກົນແລະການພົວພັນລະຫວ່າງຈີນ-ອາເມຣິກາ. ທ່ານ ວາງຢີ້ ກ່າວວ່າ: ບົດປາຖະກະຖາດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ:ໂລກະທັດ,ທັດສະນະກ່ຽວກັບຈີນແລະທັດສະນະກ່ຽວກັບການພົວພັນລະຫວ່າງຈີນ-ອາເມຣິກາຂອງອາເມຣິກາລ້ວນແຕ່ໄດ້ເກີດມີຄວາມຜິດພາດຢ່າງໜັກໜ່ວງ.

     ທ່ານ ວາງຢີ້ ກ່າວຕື່ມວ່າ: ພວກຂ້າພະເຈົ້າຕ້ອງແຈ້ງໃຫ້ອາເມຣິກາຮູ້ວ່າ: ໂລກນີ້ບໍ່ແມ່ນໂລກທີ່ອາເມຣິກາແຕ້ມອອກມາໄດ້ຕາມລຳພັງໃຈ. ໜ້າທີ່ອັນຮີບດ່ວນທີ່ສຸດທີ່ປະຊາຄົມໂລກຜະເຊີນໜ້າແມ່ນຮ່ວມກັນປົກປັກຮັກສາສຸຂະພາບແລະຊີວິດຂອງມວນມະນຸດ,ຊຸກຍູ້ການຟື້ນຟູຄວາມຈະເລີນຂອງເສດຖະກິດໂລກ,ປົກປັກຮັກສາສັນຕິພາບແລະຄວາມສະຫງົບສຸກຂອງໂລກ. ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”,ຂໍ້ລິເລີ່ມການພັດທະນາໂລກ,ແລະຂໍ້ລິເລີ່ມຄວາມໝັ້ນຄົງຂອງໂລກຕາມລຳດັບເຊິ່ງລ້ວນແຕ່ໄດ້ຮັບຄວາມຊົມເຊີຍແລະການສະໜັບສະໜູນໂດຍທົ່ວໄປຈາກປະຊາຄົມໂລກ. ແຕ່ອາເມຣິກາພັດຍຶດຖືແນວຄິດສົງຄາມເຢັນ,ປະຕິບັດຕາມໂລຊິກເປັນເຈົ້າອຳນາດ,ເຜີຍແຜ່ການເມືອງກຸ່ມຄະນະ ເຊິ່ງທັງໝົດເຫຼົ່ານີ້ລ້ວນແຕ່ຝືນກັບກະແສປະຫວັດສາດ,ບໍ່ພຽງແຕ່ຈະເຮັດໃຫ້ເກີດການປະທະກັນແລະການເປັນປໍລະປັກກັນເທົ່ານັ້ນ,ຈົນສຸດທ້າຍເຖິງຂັ້ນແບ່ງແຍກປະຊາຄົມໂລກ.

      ພວກຂ້າພະເຈົ້າຕ້ອງແຈ້ງໃຫ້ອາເມຣິກາຮູ້ວ່າ: ຈີນບໍ່ແມ່ນຈີນໃນຈິນຕະນາການຂອງອາເມຣິກາ. ການພັດທະນາແລະການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຈີນມີໂລຊິກທາງປະຫວັດສາດທີ່ຈະແຈ້ງແລະພະລັງແຮງພາຍໃນທີ່ເຂັ້ມແຂງ,ເປົ້າໝາຍຂອງພວກຂ້າພະເຈົ້າທີ່ມີຄວາມຈະແຈ້ງມາຢູ່ແລ້ວນັ້ນກໍ່ແມ່ນເຮັດໃຫ້ປະຊາຊົນປະເທດຕົນສາມາດດຳລົງຊີວິດໄດ້ເປັນຢ່າງດີກວ່າເກົ່າ,ປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າຕໍ່ໂລກ,ຫາກບໍ່ແມ່ນເຂົ້າໄປແທນໃຜແລະທ້າທາຍເກາະຜິດກັບໃຜ.

       ພວກຂ້າພະເຈົ້າຕ້ອງແຈ້ງໃຫ້ອາເມຣິກາຮູ້ວ່າ: ການພົວພັນລະຫວ່າງຈີນ-ອາເມຣິກາບໍ່ແມ່ນເກມຜົນລວມເປັນສູນທີ່ອາເມຣິກາເປັນຜູ້ອອກແບບ. ຢູ່ລະຫວ່າງປະເທດກັບປະເທດສາມາດດຳເນີນການແຂ່ງຂັນກັນຢ່າງຍຸຕິທຳ,ຢູ່ລະຫວ່າງຈີນກັບອາເມຣິກາກໍ່ຈະມີການແຂ່ງຂັນກັນ,ແຕ່ບໍ່ຄວນເປັນການແຂ່ງຂັນທີ່ມີລັກສະນະຮ້າຍແຮງ. ພວກຂ້າພະເຈົ້າຈະບໍ່ທໍ້ຖອຍຕໍ່ການຂົ່ມຂູ່ຫຼືໃສ່ຮ້າຍປ້າຍສີໃດໆຈັກເທື່ອ,ການໂຈມຕີແລະບີບບັງຄັບໃດໆມີ ແຕ່ຈະເຮັດໃຫ້ປະຊາຊົນຈີນຍິ່ງມີຄວາມສາມັກຄີກັນເທົ່ານັ້ນ.

      ທ່ານ ວາງຢີ້ ກ່າວເນັ້ນໜັກວ່າ: ການພົວພັນລະຫວ່າງຈີນ-ອາເມຣິກາພວມຢູ່ລະຫວ່າງທາງສີ່ແຍກທີ່ສຳຄັນ, ອາເມຣິກາຄວນເອົາໃຈໃສ່ຢ່າງແທ້ຈິງໃນການປະຕິບັດຫຼັກການ 3 ປະການຄື: ຄວາມເຄົາລົບເຊິ່ງກັນແລະກັນ,ຢູ່ຮ່ວມກັນໂດຍສັນຕິແລະການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ,ຈຶ່ງຈະສາມາດຊອກຫາເສັ້ນທາງຢູ່ຮ່ວມກັນທີ່ຖືກຕ້ອງລະຫວ່າງສອງປະເທດໃຫຍ່ໃນຍຸກໃໝ່ໄດ້.