ເຈົ້າໜ້າທີ່ຂັ້ນສູງດ້ານວຽກງານສິດທິມະນຸດອົງການສະຫະປະຊາຊາດຢ້ຽມຢາມຈີນໄດ້ເພີ່ມທະວີຄວາມເຂົ້າໃຈກັນ,ການຮ່ວມມືກັນແລະສະແດງໃຫ້ເຫັນຄວາມເປັນຈິງ

2022-05-31 14:25:50 cri


ວັນທີ30ພຶດສະພານີ້,ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ໂດຍໄດ້ຕອບຖ້ອຍຄວາມທີ່ບໍ່ຖືກຕ້ອງຂອງທ່ານອັນໂດນີ ບຣິນເຄັນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາກ່ຽວກັບເຈົ້າໜ້າທີ່ຂັ້ນສູງດ້ານວຽກງານສິດທິມະນຸດອົງການສະຫະປະຊາຊາດຢ້ຽມຢາມຈີນ.

ທ່ານຈ້າວລີ້ຈ່ຽນກ່າວວ່າ: ຕອບສະໜອງຕາມຄຳເຊີນຂອງລັດຖະບານຈີນ, ທ່ານນາງມີເຊວ ບາເຊເລັດ ເຈົ້າໜ້າທີ່ຂັ້ນສູງດ້ານວຽກງານສິດທິມະນຸດອົງການສະຫະປະຊາຊາດໄດ້ຢ້ຽມຢາມຈີນລະຫວ່າງວັນທີ23ຫາວັນທີ28ພຶດສະພານີ້,ເຊິ່ງເປັນການຢ້ຽມຢາມທີ່ໄດ້ເພີ່ມທະວີຄວາມເຂົ້າໃຈກັນ,ການຮ່ວມມືກັນແລະສະແດງໃຫ້ເຫັນຄວາມເປັນຈິງ.

   ໃນໄລຍະຢ້ຽມຢາມດັ່ງກ່າວ,ທ່ານນາງມີເຊວ ບາເຊເລັດ ໄດ້ຢ້ຽມຢາມນະຄອນກວາງໂຈ່ວແລະເຂດຊິ່ນຈ່ຽງ,ຜ່ານການພົບປະເຈລະຈາກັນ,ການສົນທະນາກັນ, ການລົງໄປສຳຫຼວດຕົວຈິງ ແລະຮູບການອື່ນໆ,ໄດ້ເພີ່ມຄວາມເຂົ້າໃຈແລະຄວາມເຫັນດີເຫັນພ້ອມຕໍ່ເສັ້ນທາງພັດທະນາສິດທິມະນຸດຂອງຈີນຢ່າງຮອບດ້ານແລະເລິກເຊິ່ງ,ໄດ້ສຳຜັດເຂດຊິ່ນຈ່ຽງແທ້ໆທີ່ມີຄວາມສະຫງົບດ້ານສັງຄົມ,ມີການພັດທະນາຢ່າງໝັ້ນທ່ຽງແລະຕໍ່ເນື່ອງເປັນຢ່າງດີ,ປະຊາຊົນມີຊີວິດການເປັນຢູ່ທີ່ຜາສຸກແລະປອດໄພ.