ຈີນແລະປະເທດເກາະດອນປາຊິຟິກຈັດກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ2

2022-05-31 14:28:19 cri


ວັນທີ30ພຶດສະພານີ້,ທ່ານວາງອີ້ ທີ່ປຶກສາແຫ່ງລັດ,ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ແລະ ທ່ານໂຈເຊຍ ໂວຣິກ ໄບນີມາຣາລາ ນາຍົກລັດຖະມົນຕີ,ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຟີຈີ ໄດ້ຮ່ວມກັນຈັດກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ-ປະເທດເກາະດອນປາຊິຟິກຄັ້ງທີ2 ຢູ່ນະຄອນຫຼວງຊູວາຂອງຟີຈີ.

ທ່ານວາງອີ້ກ່າວວ່າ:ວາມເປັນຈິງສະແດງໃຫ້ເຫັນວ່າ,ການຮ່ວມມືລະຫວ່າງຈີນກັບປະເທດເກາະດອນປາຊິຟິກແມ່ນສອດຄ່ອງກັບກະແສຂອງຍຸກສະໄໝ,ສ້າງຄວາມສຸກໃຫ້ແກ່ປະຊາຊົນໃນພາກພື້ນ,ສ່ອງແສງໃຫ້ເຫັນຄວາມມີຊີວິດຊີວາທີ່ຄຶກຄື້ນແລະອະນາຄົດອັນສະຫວ່າງສະໄຫວ.

    ທ່ານວາງອີ້ປະກາດວ່າ: ຈີນຈະສ້າງເວທີການຮ່ວມມືໃໝ່ໃນ6ດ້ານຢ່າງຕໍ່ເນື່ອງ,ເຊັ່ນ: ຫຼຸດຜ່ອນຄວາມທຸກຍາກ, ການປ່ຽນແປງຂອງດິນຟ້າອາກາດ, ປ້ອງກັນໄພພິບັດ, ກະສິກຳ ແລະສູນປູກເຫັດ.