ໄທປາກົດເຫັນຜູ້ໂດຍສານຕ່າງປະເທດທີ່ມາຕໍ່ຍົນນັ້ນຕິດເຊື້ອໝາກສຸກລີງ

2022-05-31 10:54:15 cri

ວັນທີ 30 ພຶດສະພານີ້, ເຈົ້າໜ້າທີ່ຂອງກົມຄວບຄຸມພະຍາດກະຊວງສາທາລະນະສຸກໄທເປີດເຜີຍໃຫ້ຮູ້ວ່າ: ຜູ້ໂດຍສານຕ່າງປະເທດທີ່ມາຕໍ່ຍົນຜ່ານສະໜາມບິນສາກົນບັງກອກ ໄດ້ຖືກບົ່ງມະຕິຕິດເຊື້ອໝາກສຸກລີງໃນຫວ່າງມໍ່ມານີ້.

ຜູ້ໂດຍສານຜູ້ນີ້ມາຈາກເອີລົບ, ມາຕໍ່ຍົນຢູ່ສະໜາມບິນໄທເພື່ອເດີນທາງໄປສູ່ອົຣາລີ, ແລະວ່ພັກຢູ່ສະໜາມບິນ 2 ຊົ່ວໂມງ, ໄລຍະນີ້, ລາວບໍ່ມີອາການຫຍັງ, ໄດ້ໃສ່ຜ້າອັດປາກຕະຫຼອດ ແລະ ບໍ່ມີຜູ້ຕິດຕໍ່ໃກ້ຊິດ. ຫຼັງຈາກລາວເດີນທາງຮອດປາຍທາງແລ້ວ ໄດ້ເກີດມີອາການ, ຫຼັງຈາກນັ້ນຖືກບົ່ງມະຕິ.

ພາກສ່ວນປ້ອງກັນພະຍາດຂອງໄທ ໄດ້ຈັດເອົາຜູ້ໂດຍສານ ແລະ ຈຸບິນທັງໝົດ 12 ຄົນເປັນຜູ້ຖືກຕິດຕາມສັງເກດອາການເປັນເວລາ 21 ວັນ. ປັດຈຸບັນ ໄດ້ຜ່ານໄປ 7 ວັນແລ້ວ, ຜູ້ຖືກຕິດຕາມເຫຼົ່ານີ້ລ້ວນແຕ່ບໍ່ໄດ້ເກີດມີອາການຕິດເຊື້ອ.