ນາຍົກລັດຖະມົນຕີລາວຢ້ຽມຢາມໄທທາງລັດຖະກິດ

2022-06-02 13:07:49 CRI


   ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະບານໄທ, ທ່ານພັນຄຳ ວິພາວັນນາຍົກລັດຖະມົນຕີລາວໄດ້ຢ້ຽມຢາມປະເທດໄທທາງລັດຖະກິດລະຫວ່າງວັນທີ 1 ຫາວັນທີ 2 ມິຖຸນານີ້.



 

    ນີ້ແມ່ນເທື່ອທຳອິດທີ່ທ່ານນາຍົກພັນຄຳ ວິພາວັນໄປຢ້ຽມຢາມໄທ, ຕິດຕາມນາຍົກລັດຖະມົນຕີລາວໄປຢ້ຽມຢາມໄທໃນຄັ້ງນີ້ຍັງມີຄະນະຜູ້ແທນວົງການອຸດສາຫະກຳ ແລະ ການຄ້າຂອງລາວຕື່ມອີກ. ສ່ວນຈຸດປະສົງຂອງການຢ້ຽມຢາມເທື່ອນີ້ແມ່ນຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ຂະຫຍາຍຕົວ, ຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃນດ້ານເສດຖະກິດການຄ້າ, ການລົງທຶນ ແລະ ຄົມມະນາຄົມ, ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ພະລັງງານ, ການອະນຸລັກສິ່ງແວດລ້ອມ, ວັດທະນະທຳ, ການທ່ອງທ່ຽວ, ສາທາລະນະສຸກ, ຊັບພະຍາກອນມະນຸດ ແລະ ປາບປາມການຊື້ຂາຍຢາເສບຕິດເປັນຕົ້ນ.