ສະຫະພາບເອີຣົບມີເຈດຕະນາຢາກຊຸກຍູ້ໃຫ້ອູແກຣນໄປສູ່ຂ້າງເຫວເລິກ

2022-06-03 16:48:57 cri


ວັນທີ 2 ມິຖຸນານີ້, ກະຊວງການຕ່າງປະເທດຣັດເຊຍອອກຖະແຫຼງການໂດຍລະບຸວ່າ: ກອງປະຊຸມສຸດຍອດສະຫະພາບເອີລົບທີ່ຈັດຂຶ້ນໃນມໍ່ໆມານີ້ ບໍ່ໄດ້ກ່າວເຖິງແຜນການແກ້ໄຂສະຖານະການອູແກຣນໂດຍຜ່ານການເຈລະຈາສັນຕິພາບ, ໝາຍຄວາມວ່າ: ສະຫະພາບເອີຣົບມີເຈດຕະນາຢາກຊຸກຍູ້ໃຫ້ອູແກຣນໄປສູ່ຂ້າງເຫວເລິກ.

ຖະແຫຼງການລະບຸຕື່ມວ່າ: ຜົນກອງປະຊຸມສຸດຍອດສະຫະພາບເອີລົບສະແດງໃຫ້ເຫັນຕື່ມອີກວ່າ: ສະຫະພາບເອີລົບໄດ້ກາຍເປັນພາຫະນະໃນການສະກັດກັ້ນຣັດເຊຍໂດຍປະຕິບັດຕາມທິດທາງການເມືອງພູມີພາກຂອງອາເມຣິກາ ແລະ ນາໂຕ. ສະຫະພາບເອີລົບຜ່ານການໃຫ້ຄຳໝັ້ນສັນຍາທີ່ມືນມົນກ່ຽວກັບການສ້າງສະຫະພາບເອີລົບເປັນເອກະພົບດຽວ ແລະສະໜອງອາວຸດແລະເງິນອຸດໜູນໃຫ້ແກ່ອູແກຣນ. ຜູ້ນຳປະເທດສະມາຊິກສະຫະພາບເອີລົບບໍ່ໄດ້ກ່າວເຖິງແຜນການແກ້ໄຂສະຖານະການອູແກຣນໂດຍຜ່ານການເຈລະຈາສັນຕິພາບຈັກຢ່າງ, ຫາກມີເຈດຕະນາແຕ່ຢາກຊຸກຍູ້ອູແກຣນໃຫ້ໄປສູ່ຂ້າງເຫວເລິກເທົ່ານັ້ນ.