“ພູຂຽວນໍ້າໃສ ກໍແມ່ນພູເງິນພູຄຳ”——ແນວຄວາມຄິດໃນການພັດທະນາທີ່ທັນສະໄໝຂອງທ່ານປະທານສີຈິ້ນຜິງ

2022-06-04 18:23:54 cri


“ພູຂຽວນໍ້າໃສ ກໍແມ່ນພູເງິນພູຄຳ”, ປະຈຸບັນ ແນວຄວາມຄິດທີ່ມີຄວາມໝາຍເລິກເຊິ່ງປະໂຫຍກນີ້ ໄດ້ກາຍເປັນຄວາມເວົ້າອະມະຕະທີ່ປະຊາຊົນຈີນຮັບຮູ້ຢ່າງກວ້າງຂວາງ, ທັງໄດ້ເຊື່ອມສານເຂົ້າສູ່ຊີວິດປະຈຳວັນຂອງປະຊາຊົນຈີນ.

ກ່ຽວກັບບັນຫາທີ່ວ່າຄວນເຮັດແນວໃດຈຶ່ງຈະສາມາດນຳໃຊ້ “ພູຂຽວນໍ້າໃສ” ເພື່ອຊຸກຍູ້ການພັດທະນາເສດຖະກິດ ແລະ ສ້າງ “ພູເງິນພູຄຳ”ນັ້ນ, ທ່ານສີຈິນຜິງເຄີຍໃຫ້ທິດຊີ້ນຳມາຫຼາຍເທື່ອແລ້ວວ່າ: “ການອະນຸລັກສິ່ງແວດລ້ອມໃຫ້ດີຂຶ້ນກໍແມ່ນຮັກສາກຳລັງການຜະລິດ, ການປັບປຸງສິ່ງແວດລ້ອມກໍແມ່ນການພັດທະນາກຳລັງການຜະລິດ”.

ວັນທີ 8 ມີນາປີ 2006, ໃນການກ່າວປາຖະກະຖາເທື່ອໜຶ່ງຢູ່ມະຫາວິທະຍາໄລປະຊາຊົນຈີນ, ທ່ານສີຈິ້ນຜິງໄດ້ອະທິບາຍການພົວພັນລະຫວ່າງ “ພູຂຽວນ້ຳໃສ” ແລະ “ພູເງິນພູຄຳ” ດ້ວຍຄວາມເວົ້າທີ່ລຽບງ່າຍວ່າ: “ໃນພຶດຕິກຳຕົວຈິງ, ຄວາມຮັບຮູ້ຕໍ່ການພົວພັນລະຫວ່າງ ພູຂຽວນ້ຳໃສ ແລະ ພູເງິນພູຄຳ ໄດ້ຜ່ານ 3 ໄລຍະ, ຄື: ໄລຍະທີ 1 ແມ່ນເອົາພູຂຽວນ້ຳໃສໄປແລກປ່ຽນພູເງິນພູຄຳ, ບໍ່ໄດ້ພິຈາລະນາ ຫຼື ພິຈາລະນາໜ້ອຍກ່ຽວກັບຄວາມສາມາດຮອງຮັບຂອງສິ່ງແວດລ້ອມ, ມີແຕ່ຂຸດຄົ້ນຊັບພະຍາກອນຢ່າງດຽວເທົ່ານັ້ນ. ໃນໄລຍະທີ 2 ກໍຄື: ທັງຢາກໄດ້ພູເງິນພູຄຳ ແຕ່ກໍຄວນຮັກສາພູຂຽວນ້ຳໃສເຊັ່ນກັນ, ເພາະວ່າເຮົາໄດ້ຮັບຮູ້ວ່າ ສິ່ງແວດລ້ອມແມ່ນພື້ນຖານສຳລັບການດຳລົງຄົງຕົວ ແລະ ການພັດທະນາຂອງເຮົາ, ຕ້ອງຮັກສາພູຂຽວໄວ້ ຈຶ່ງມີຟືນດັງໄຟຢ່າງຍືນຍົງ. ໄລຍະທີ 3 ກໍຄື: ໄດ້ຮັບຮູ້ວ່າ ພູຂຽວນ້ຳໃສຍັງສາມາດນຳມາເຊິ່ງພູເງິນພູຄຳຢ່າງບໍ່ເຫືອດແຫ້ງ, ພູຂຽວນ້ຳໃສກໍແມ່ນພູເງິນພູຄຳນັ້ນເອງ, ຕົ້ນໄມ້ສີຂຽວທີ່ພວກເຮົາປູກໄວ້ກໍແມ່ນຕົ້ນເງິນຕົ້ນຄຳ, ທ່າແຮງດ້ານນິເວດກາຍເປັນທ່າແຮງດ້ານເສດຖະກິດ ແລ້ວຈະກາຍເປັນເງິນຄຳໄດ້.”

ດັ່ງນັ້ນ, ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ, ນີ້ແມ່ນການຫັນປ່ຽນອັນເລິກເຊິ່ງທີ່ໄດ້ມາຈາກພຶດຕິກຳຕົວຈິງໃນການພັດທະນາຂອງຈີນ ກໍຄືແນວຄວາມຄິດໃນການພັດທະນາທີ່ທັນສະໄໝຂອງທ່ານປະທານສີຈິ້ນຜິງ, ນີ້ຍ່ອມຈະນຳພາການພັດທະນາຂອງຈີນກ້າວໄປສູ່ລະດັບສູງກວ່າເກົ່າ, ທັງຈະເປັນການປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການພັດທະນາແບບຍືນຍົງຂອງໂລກ.