ການແລ່ນຂະບວນລົດໄຟຈີນ-ຫວຽດນາມໃນ5ເດືອນຜ່ານມາໄດ້ເພີ່ມຂຶ້ນ20%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

2022-06-04 16:12:10 cri


ກຸ່ມບໍລິສັດນານນີງທາງລົດໄຟຈີນຈຳກັດໄດ້ເປີດເຜີຍຂໍ້ມູນສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນພຶດສະພາປີນີ້, ການແລ່ນຂະບວນລົດໄຟຈີນ-ຫວຽດນາມ ນັບລວມແລ້ວໄດ້ບັນລຸ140ຖ້ຽວ ໂດຍໄດ້ສົ່ງຕູ້ຄອນເທັນເນີ4176ຕູ້, ຕ່າງໄດ້ເພີ່ມຂຶ້ນ20,7% ແລະ26,5% ຕາມລຳດັບ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

   ນັບແຕ່ຕົ້ນປີນີ້ມາ,ຂະແໜງການຂົນສົ່ງຂ້າມຊາດຕາມທາງລົດໄຟເຂດກວາງຊີໄດ້ພັດທະນາຢ່າງວ່ອງໄວ, ຂະໜາດຂົນສົ່ງສິນຄ້າຂ້າມຊາດໄດ້ເປີດກວ້າງຢ່າງບໍ່ຢຸດຢັ້ງ, ສິນຄ້າສົ່ງອອກຕົ້ນຕໍແມ່ນອຸປະກອນກົນຈັກ,ເຄື່ອງຜະລິດໄຟຟ້າ ແລະຜະລິດຕະພັນເອເລັກໂຕຼນິກ, ສິນຄ້າທີ່ຜະລິດໂດຍຈີນ ນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບຈາກປະເທດອາຊຽນ. ສິນຄ້ານຳເຂົ້າຕົ້ນຕໍແມ່ນໝາກໄມ້ແລະເຄື່ອງນຸ່ງ,ໃນນັ້ນ ສິນຄ້າຂົນສົ່ງຂ້າມຊາດແບບແຊ່ເຢັນນັ້ນ ໄດ້ຂົນສົ່ງເກືອບ3ໝື່ນໂຕນ, ເພີ່ມຂຶ້ນ107,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.