ປະທານາທິບໍດີປາແລັສຕິນກັບປະທານາທິບໍດີຝຣັ່ງ ສົນທະນາກັນຜ່ານທາງໂທລະສັບ ເພື່ອປຶກສາຫາລືສະຖານະການປາແລັສຕິນ-ອິສຣາແອນ

2022-06-05 15:29:12 cri


ຕາມການລາຍງານຂ່າວຂອງຂ່າວສານທາງການປາແລັສຕິນ: ວັນທີ 4 ມິຖຸນານີ້, ທ່ານມາຮາມຸດ ອັບບາສ ປະທານາທິບໍດີປາແລັສຕິນໄດ້ສົນທະນາກັບທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ ຜ່ານທາງໂທລະສັບ ເພື່ອປຶກສາຫາລືສະຖານະການປາແລັສຕິນ-ອິສຣາແອນ. ທ່ານອັບບາສ ໄດ້ກ່າວປະນາມອິສຣາແອນທີ່ລະເມີດສັນຍາແລະຄຳໝັ້ນສັນຍາ ທັງກ່າວວ່າ: ບໍ່ສາມາດຮັບຮອງເອົາ ຄວາມເຄັ່ງຕຶງຂອງສະຖານະການລະຫວ່າງສອງປະເທດໄດ້ໃນປັດຈຸບັນນີ້. ທ່ານ ມາຄຣົງ ກ່າວວ່າ: ຝຣັ່ງສຸມກຳລັງໃນການສະໜັບສະໜູນໃຫ້ປາແລັສຕິນແລະອິສຣາແອນບັນລຸສັນຕິພາບ, ຈະຮ່ວມກັນພະຍາຍາມກັບປະຊາຄົມໂລກ ເພື່ອຫຼີກລ່ຽງບໍ່ໃຫ້ສອງປະເທດນຳໃຊ້ມາດຕະການທີ່ເຮັດໃຫ້ສະຖານະການເຄັ່ງຕຶງຂຶ້ນຕື່ມ.

ນັບແຕ່ທ້າຍເດືອນມີນາປີ 2022 ເປັນຕົ້ນມາ, ສະຖານະການຢູ່ເຂດປາແລັສຕິນແລະອິສຣາແອນຮ້າຍແຮງຂຶ້ນຕື່ມ. ກອງທັບອິສຣາແອນໄດ້ດຳເນີນການເຄື່ອນໄຫວຈັບກຸມຢ່າງຂະໜາດໃຫຍ່ຢູ່ຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ ເຊິ່ງໄດ້ເກີດການປະທະກັນກັບຊາວປາແລັສຕິນ.