27 ປະເທດແລະເຂດແຄວ້ນ ທີ່ເກີດການແຜ່ລະບາດຂອງໝາກສຸກລີງໄດ້ພົບເຫັນຜູ້ເປັນພະຍາດໝາກສຸກລີງ 780 ກໍລະນີ

2022-06-06 16:28:54 CRI

ວັນທີ 5 ມິຖຸນານີ້ຕາມເວລາທ້ອງຖິ່ນ, ອົງການອະນາໄມໂລກ ຫຼື WHO ໄດ້ເຜີຍແຜ່ບົດແຈ້ງຂ່າວຂໍ້ມູນພະຍາດ, ນັບແຕ່ວັນທີ 13 ພຶດສະພາຫາວັນທີ 2 ມິຖຸນານີ້, ມີ 27 ປະເທດແລະເຂດແຄວ້ນໃນທົ່ວໂລກທີ່ເກີດການແຜ່ລະບາດຂອງໝາກສຸກລີງໄດ້ລາຍງານຜູ້ຖືກບົ່ງມະຕິເປັນພະຍາດໝາກສຸກລີງ 780 ກໍລະນີໃຫ້ WHO ແລ້ວ. ປັດຈຸບັນ, ປະເທດແລະເຂດແຄວ້ນທີ່ມີການແຜ່ລະບາດຂອງພະຍາດໝາກສຸກລີງທັງໝົດໄດ້ຢືນຢັນວ່າ: ຜູ້ຖືກບົ່ງມະຕິເປັນພະຍາດດັ່ງກ່າວລ້ວນແຕ່ໄດ້ຕິດເຊື້ອພະຍາດໝາກສຸກລີງສາຍພັນອາຟຣິກາຕາເວັນຕົກ ໂດຍຜ່ານການກວດກາ PCR.