ປະເທດຈີນເຮັດໃຫ້ຄວາມຂາດເຂີນດ້ານສະບຽງອາຫານຂອງໂລກໜັກໜ່ວງກວ່າເກົ່າ?

2022-06-06 18:39:05 cri

ຫວ່າງກ່ອນນີ້ບໍ່ດົນ, ອົງການອາຫານໂລກເຕືອນວ່າ: ມວນມະນຸດອາດຈະຜະເຊີນກັບ “ວິກິດການສະບຽງອາຫານຄັ້ງໃຫຍ່ທີ່ສຸດພາຍຫຼັງສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ”. ໃນຂະນະດຽວກັນ, ອິດທິກຳລັງຈຳນວນໜຶ່ງທີ່ມີຈຸດປະສົງແອບແຝງອີກຕ່າງຫາກໄດ້ສວຍໃຊ້ໂອກາດດັ່ງກ່າວ ໂດຍຫວັງຢາກຖືເອົາ “ວິກິດການສະບຽງອາຫານ” ພົວພັນກັບ “ຖ້ອຍຄວາມໄພຂົ່ມຂູ່ຈາກຈີນ”. ເຂົາເຈົ້າເວົ້າວ່າ: ຍ້ອນວ່າປະເທດຈີນໄດ້ຈັດຊື້ອາຫານໃນທົ່ວໂລກ ແລະກັກຕຸນເປັນຈຳນວນຫຼວງຫຼາຍ, ຈຶ່ງໄດ້ສົ່ງຜົນໃຫ້ທົ່ວໂລກຂາດເຂີນສະບຽງອາຫານໜັກໜ່ວງກວ່າເກົ່າ.

ໃນຖານະເປັນປະເທດໃຫຍ່ທີ່ມີປະຊາກອນຫຼາຍກວ່າ 1,4 ຕື້ຄົນ, ມາຮອດປີ 2021, ຜົນຜະລິດສະບຽງອາຫານຂອງຈີນໄດ້ຫຼາຍກວ່າ 650 ລ້ານໂຕນເປັນປີທີ 7 ລຽນຕິດ, ແມ່ນປະເທດຜະລິດສະບຽງອາຫານຫຼາຍທີ່ສຸດໃນໂລກ ແລະເປັນປະເທດທີ່ສົ່ງອອກສະບຽງອາຫານໃຫຍ່ອັນດັບ 3 ຂອງໂລກ. ອັດຕາການກຸ້ມຕົນເອງດ້ານທັນຍະພືດຂອງຈີນຫຼາຍກວ່າ 95%, ຈີນມີເງື່ອນໄຂແລະຄວາມສາມາດກຸ້ມຕົນເອງດ້ານສະບຽງອາຫານໂດຍອາໄສຄວາມສາມາດຂອງຕົນ, ບໍ່ມີຄວາມຕ້ອງການຈັດຊື້ ແລະກັກຕຸນອາຫານຈາກຕະຫຼາດສາກົນ. ຈີນໄດ້ຜະລິດອາຫານປະມານ 1\4 ຂອງທົ່ວໂລກດ້ວຍດິນແດນບໍ່ຮອດ 9% ຂອງໂລກ ແລະສາມາດລ້ຽງປະຊາກອນປະເທດຕົນໄດ້ເຊິ່ງກວມປະຊາກອນຂອງໂລກເກືອບ 1\5, ນີ້ແມ່ນການປະກອບສ່ວນທີ່ໃຫຍ່ທີ່ສຸດຂອງປະເທດຈີນທີ່ມີຕໍ່ຄວາມໝັ້ນຄົງ, ສະຖຽນລະພາບ ແລະການພັດທະນາຂອງໂລກ.

ປະເທດຈີນແມ່ນຄູ່ຮ່ວມມືຍຸດທະສາດທີ່ສຳຄັນຂອງການຮ່ວມມືໃຕ້-ໃຕ້ຂອງອົງການອາຫານແລະການກະເສດຂອງ ສປຊ ຫຼື FAO ມາໂດຍຕະຫຼອດ. ໃນຊຸມປີຜ່ານມາ, ຈີນໄດ້ບໍລິຈາກ 130 ລ້ານໂດລາສະຫະລັດໃຫ້ແກ່ກອງທຶນການຮ່ວມມືໃຕ້-ໃຕ້ຂອງ FAO, ນອກນີ້ຍັງໄດ້ສົ່ງຜູ້ຊ່ຽວຊານ ແລະນັກວິຊາການຈຳນວນຫຼວງຫຼາຍໄປອາຊີ, ອາເຟຣິກາ, ອາເມຣິກາລາຕິນ,ເຂດກາຣາອິບ ແລະ ປະເທດໝູ່ເກາະມະຫາສະໝຸດປາຊີຟິກ ເຊິ່ງແມ່ນປະເທດພວມພັດທະນາທີ່ບໍລິຈາກທຶນຊ່ວຍເຫຼືອຫຼາຍທີ່ສຸດ, ສົ່ງຜູ້ຊ່ຽວຊານຫຼາຍທີ່ສຸດ ແລະດຳເນີນໂຄງການຊ່ວຍເຫຼືອຫຼາຍທີ່ສຸດພາຍໃຕ້ຂອບການຮ່ວມມືໃຕ້-ໃຕ້ຂອງ FAO. ນັບແຕ່ປີ 2016 ເປັນຕົ້ນມາ, ຈີນໄດ້ໃຫ້ການຊ່ວຍເຫຼືອສຸກເສີນດ້ານສະບຽງອາຫານແກ່ 50 ກວ່າປະເທດຂອງອາຊີ,ອາເຟຣິກາ ແລະ ອາເມລິກາລາຕິນ ເຊິ່ງເປັນປະໂຫຍດຕໍ່ປະຊາຊົນຜູ້ປະສົບໄພຫຼາຍກວ່າ 10 ລ້ານຄົນ.

ທີ່ຈິງແລ້ວ, ໃນຖານະເປັນປະເທດສົ່ງອອກສະບຽງອາຫານຫຼາຍທີ່ສຸດໃນໂລກ, ອາເມຣິກາມີຄວາມຮັບຜິດຊອບຕົ້ນຕໍກ່ຽວກັບ “ວິກິດການສະບຽງອາຫານ” ທີ່ເກີດຂຶ້ນໃນປັດຈຸບັນ. ອາເມຣິກາສວຍໃຊ້ໂອກາດທີ່ປະຊາຄົມໂລກ ໂດຍສະເພາະແມ່ນປະເທດພວມພັດທະນາມີຄວາມເປັນຫ່ວງຕໍ່ການຂາດສະບຽງອາຫານ, ຕັ້ງໃຈເນັ້ນໜັກຜົນກະທົບຂອງສົງຄາມຕໍ່ວິກິດການສະບຽງອາຫານ, ບິດເປືອນແຫຼ່ງກຳເນີດ “ວິກິດການສະບຽງອາຫານ”; ພ້ອມກັນນັ້ນ, ອາເມຣິກາຍຸຍົງສົ່ງເສີມປະເທດພວມພັດທະນາຄຽດແຄ້ນຣັດເຊຍ ແລະຕຳໜິຕິຕຽນປະເທດຈີນ; ກໍ່ຄວາມເວົ້າອັນທີ່ເອີ້ນວ່າ: “ອາຊະຍະກຳອຶດຫິວຍ້ອນສົງຄາມ” ເພື່ອເອົາໂທດຣັດເຊຍ; ຕັ້ງໃຈເຮັດຍຸດທະສາດດ້ານການເມືອງພູມີພາກ ແລະສ້າງກຸ່ມກ້ອນເປັນປໍລະປັກກັນ. ຂະນະດຽວກັນນັ້ນ, ບໍລິສັດ ADM, ບໍລິສັດ Bunge ແລະບໍລິສັດ Cargill, ພ້ອມດ້ວຍບໍລິສັດ Louis Dreyfus ຂອງຝຣັ່ງ ເຊິ່ງເປັນບໍລິສັດການຄ້າສະບຽງອາຫານໃຫຍ່ 4 ແຫ່ງຂອງໂລກໄດ້ຜູກຂາດການຄ້າດ້ານສະບຽງອາຫານໃນທົ່ວໂລກຫຼາຍກວ່າ 80%; ໃນວິສາຫະກິດ 4 ແຫ່ງດັ່ງກ່າວນັ້ນ, 3 ແຫ່ງທຳອິດແມ່ນວິສາຫະກິດຂອງອາເມຣິກາ, ອີກແຫ່ງໜຶ່ງຖືກບໍລິສັດອາເມຣິກາຄວບຄຸມ. ໃນເວລາທີ່ລາຄາສະບຽງອາຫານສາກົນແພງຂຶ້ນ, ບໍລິສັດການຄ້າສະບຽງອາຫານ 4 ແຫ່ງດັ່ງກ່າວໄດ້ສວຍໃຊ້ຖານະຜູກຂາດຂອງຕົນຕັດສິນລາຄາອາຫານ, ຈັດຊື້ອາຫານດ້ວຍລາຄາຕ່ຳ ແລະຂາຍອາຫານດ້ວຍລາຄາສູງ ເພື່ອກອບໂກຍຊັບສິນສະບຽງອາຫານຂອງປະເທດຕ່າງໆໃນໂລກ.

ປະຊາຄົມໂລກໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະແກ້ໄຂບັນຫາຄວາມອຶດຫິວ, ບັນຫາຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ ແລະບັນຫາການຂາດທາດບຳລຸງໃນຮູບແບບຕ່າງໆໃນຂອບເຂດທົ່ວໂລກໃຫ້ໄດ້ກ່ອນປີ 2030. ຈີນໄດ້ທຳຄວາມພະຍາຍາມຢ່າງບໍ່ລົດລະເພື່ອບັນລຸເປົ້າໝາຍດັ່ງກ່າວ ແລະຈະສືບຕໍ່ທຳຄວາມພະຍາຍາມອີກ; ຂໍ້ລິເລີ່ມຂອງປະເທດຈີນກ່ຽວກັບການດຳເນີນການຮ່ວມມື ດ້ານການພັດທະນາຂອງໂລກກໍມີຜົນບັງຄັບໃຊ້ໂດຍຕະຫຼອດ, ປັດຈຸບັນ, ພໍຮອດເວລາແລ້ວທີ່ອາເມຣິກາຄວນໃຊ້ການກະທຳຕົວຈິງທີ່ຖືກຕ້ອງ.