ທ່ານກິແກ້ວ ໄຂຄຳພິທູນລົງກວດກາສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ

2022-06-07 15:17:19 CRI

ຕອນເຊົ້າວັນທີ 6 ມິຖຸນານີ້, ທ່ານກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວໄດ້ລົງກວດກາສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ການເປັນເພື່ອນກວດກາຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການແລະກິລາ ແລະ ທ່ານທອງຈັນ ໂຂງພູມຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ.

ປັດຈຸບັນ, ສະຖາບັນຂົງຈື້ມີຊຸດຝຶກອົບຮົມ 49 ຊຸດ ແລະ ມີສຳມະນາກອນ 1.600 ຄົນ, ວິຊາສ້າງຄູພາສາຈີນລະດັບປະລິນຍາຕີມີ 3 ຫ້ອງລວມ 80 ຄົນ, ໄດ້ພັດທະນາສ້າງສາຕາມຫຼັກສູດເປັນຢ່າງດີ.

ທ່ານກິແກ້ວ ໄຂຄຳພິທູນກ່າວວ່າ: ສະຖາບັນຂົງຈື້ໄດ້ເສີມຂະຫຍາຍບົດບາດສຳຄັນໃນການອົບຮົມຜູ້ມີຄວາມຮູ້ຄວາມສາມາດດ້ານພາສາຈີນໃຫ້ແກ່ຝ່າຍລາວ, ການແລກປ່ຽນດ້ານວັດທະນະທຳລາວ-ຈີນ ແລະ ຊຸກຍູ້ການພົວພັນມິດຕະພາບລາວ-ຈີນ, ຫວັງວ່າ, ສະຖາບັນຂົງຈື້ຈະພັດທະນາໃຫ້ນັບມື້ນັບດີຂຶ້ນ, ອົບຮົມບົ່ມສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານພາສາຈີນທີ່ດີເດັ່ນນັບມື້ນັບຫຼາຍຂຶ້ນໃຫ້ແກ່ພາລະກິດມິດຕະພາບລາວ-ຈີນ, ປະກອບສ່ວນໃຫຍ່ຫຼວງກວ່າເກົ່າ ເພື່ອຮ່ວມກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ.