WHO ແຈ້ງໃຫ້ຮູ້ວ່າ: ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ທັງໝົດໃນທົ່ວໂລກມີຫຼາຍກວ່າ 529 ລ້ານກໍລະນີ

2022-06-07 14:15:21 cri

ອີງຕາມຕົວເລກຂໍ້ມູນຫຼ້າສຸດທີ່ເປີດເຜີຍຢູ່ໃນເວັບໄຊຂອງອົງການອະນາໄມໂລກຫຼື WHO ສະແດງໃຫ້ເຫັນວ່າ: ມາຮອດເວລາ 22 ໂມງ 15 ນາທີຂອງວັນທີ 6 ມິຖຸນາ 2022 ຕາມເວລາວຽງຈັນ, ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກບັນລຸເຖິງ 529.410.287 ກໍລະນີ, ຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວລວມທັງໝົດແມ່ນ 6.296.771 ຄົນ. ໃນວັນທີ 6 ມິຖຸນານີ້, ຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 172.838 ກໍລະນີ, ແລະຜູ້ເສຍຊີວິດເພີ່ມໃໝ່ 410 ກໍລະນີ.