ພາຍໃຕ້ສະພາບໂຄວິດລະບາດ, ຈີນໄດ້ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງໜັກແໜ້ນຄືແນວໃດ?

2022-06-08 10:14:00 cri


 



ເນື່ອງຈາກໄດ້ຮັບຜົນກະທົບຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19ຮອບໃໝ່, ການປ່ຽນແປງຂອງສະຖານະການສາກົນ ແລະຜົນກະທົບດ້ານອື່ນໆ, ເສດຖະກິດຈີນໄດ້ພົບຄວາມກົດດັນຫຼາຍຂຶ້ນທີ່ຈະຫຼຸດຕ່ຳລົງ, ການປັບປຸງແລະເສີມຂະຫຍາຍໝາກຜົນຂອງບັ້ນລຶບລ້າງຄວາມທຸກຍາກໄດ້ປະເຊີນກັບຄວາມຫຍຸ້ງຍາກແລະສິ່ງທ້າທາຍຫຼາຍຂຶ້ນ. ເມື່ອບໍ່ດົນມານີ້,  ອົງການພັດທະນາຊົນນະບົດແຫ່ງຊາດຈີນໄດ້ວາງມາດຕະການ 24 ຂໍ້ ເຊັ່ນ: ຮັກສາຄວາມໝັ້ນທ່ຽງດ້ານຕຳແໜ່ງງານ, ຊ່ວຍເຫຼຶອດ້ານອຸດສາຫະກຳ, ເພີ່ມທະວີການຊ່ວຍເຫຼືອທາງດ້ານສັງຄົມ ແລະອື່ນໆ ເພື່ອສຸມຄວາມພະຍາຍາມຜ່ານຜ່າຜົນກະທົບຈາກສະພາບພະຍາດໂຄວິດ-19ລະບາດ.

 



ເພີ່ມທະວີການຊ່ວຍເຫຼຶອດ້ວຍການຕິດຕາມກວດກາເພື່ອປ້ອງກັນບໍ່ໃຫ້ກັບສູ່ສະພາບຄວາມທຸກຍາກຄືນໃໝ່ອີກ. ເອົາໃຈໃສ່ເປັນຢ່າງສູງຕໍ່ຜົນກະທົບຈາກສະພາບພະຍາດທີ່ມີຕໍ່ຄອບຄົວທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ, ພິເສດແມ່ນຄອບຄົວທີ່ມີລາຍໄດ້ອ່າວຕ່ຳໂດຍທຽບຖານ ແລະມີລາຍໄດ້ຫຼຸດລົງຢ່າງຫຼວງຫຼາຍເນື່ອງຈາກສະພາບພະຍາດລະບາດນັ້ນ,ຈະນໍາໃຊ້ມາດຕະການຢ່າງມີຈຸດສຸມເພື່ອຊຸກຍູ້ການສ້າງລາຍໄດ້ໃຫ້ເພີ່ມຂຶ້ນ. ເພີ່ມທະວີການປະສານງານກັບຂະແໜງການວຽກງານປະຊາສົງເຄາະ, ເພື່ອຈັດເອົາເປົ້າໝາຍທີ່ຖືກກັບເງື່ອນໄຂນັ້ນເຂົ້າໃນຂອບເຂດຊ່ວຍເຫຼຶອຢ່າງທັນການ.

 



ເພີ່ມທະວີການຮັກສາຄວາມໝັ້ນທ່ຽງດ້ານຕຳແໜ່ງງານ. ປີ2021, ລາຍຮັບທີ່ໄດ້ຈາກການອອກແຮງງານຂອງປະຊາກອນທີ່ຫຼຸດພົ້ນອອກຈາກຄວາມທຸກຍາກແມ່ນກວມລາຍໄດ້ທັງໝົດເກືອບ 70%. ເມື່ອສາມາດຮັກສາຄວາມໝັ້ນທ່ຽງດ້ານຕຳແໜ່ງງານໄດ້ແລ້ວ ກໍຈະສາມາດບັນລຸການປະກອບອາຊີບໄດ້, ການປ້ອງກັນບໍ່ໃຫ້ຜູ້ທີ່ຫຼຸດພົ້ນອອກຈາກຄວາມທຸກຍາກກັບສູ່ສະພາບຄວາມທຸກຍາກຄືນໃໝ່ແລະປ້ອງກັນບໍ່ໃຫ້ຕົກສູ່ຄວາມທຸກຍາກນັ້ນກໍມີການຄ້ຳຊູຢ່າງໜັກແໜ້ນ. ຈີນຈະຮັບປະກັນໃຫ້ຈຳນວນປະຊາກອນຜູ້ທີ່ຫຼຸດພົ້ນອອກຈາກຄວາມທຸກຍາກໃນທົ່ວປະເທດໃນປີ2022ນີ້ປະກອບອາຊີບດ້ວຍການອອກແຮງງານ ຮັກສາໃຫ້ຢູ່ໃນລະດັບ 30 ລ້ານຄົນຂຶ້ນໄປ.

 

ເພີ່ມທະວີການຊ່ວຍເຫຼືອດ້ານອຸດສາຫະກຳ.  ເອົາໃຈໃສ່ສະໜັບສະໜູນການພັດທະນາອຸດສາຫະກຳເພື່ອຮ່ວມສຳພັນ,ນຳພາຄອບຄົວຊາວກະສິກອນແລະສ້າງຄວາມຮັ່ງມີໃຫ້ກັບຊາວກະສິກອນເປັນສິ່ງສຳຄັນ, ຮັບປະກັນເງິນທຶນສຳລັບຄວາມຕ້ອງການຂອງໂຄງການຊ່ວຍເຫຼືອເຂົ້າເຖິງບຸກຄົນແລະຄອບຄົວໃຫ້ເປັນບຸລິມະສິດ, ຊຸກຍູ້ປະຊາກອນຜູ້ທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະເປົ້າໝາຍການຕິດຕາມກວດການັ້ນສ້າງລາຍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ສະໜັບສະໜູນການພັດທະນາເສດຖະກິດເດີ່ນບ້ານດ້ວຍຄຸນນະພາບສູງ, ນຳໃຊ້ຫຼາຍມາດຕະການພ້ອມກັນເພື່ອສ້າງລາຍໄດ້ຈາກການດຳເນີນທຸລະກິດແບບຄອບຄົວໃຫ້ເພີ່ມຂຶ້ນ, ແລະອອກແຮງພັດທະນາອຸດສາຫະກຳແບບແຮງງານສຸມ.

 

ເພີ່ມທະວີການຊ່ວຍເຫຼືອທາງສັງຄົມແລະການຊ່ວຍເຫຼຶອແບບປະຈຳການຢູ່ບ້ານ.  ລົງເລິກຊຸກຍູ້ການປະສານງານກັນລະຫວ່າງເຂດພາກຕາເວັນອອກແລະພາກຕາເວັນຕົກ, ຮັບປະກັນໃຫ້ງົບປະມານຊ່ວຍເຫຼືອແລະພະນັກງານ,ຜູ້ມີຄວາມຮູ້ຄວາມສາມາດໄດ້ຮັບການຈັດສັນໃຫ້ພ້ອມພຽງກັນໂດຍໄວ. ເພີ່ມຄວາມເຂັ້ມແຂງໃນການຊ່ວຍເຫຼືອຈາກກຳລັງທາງສັງຄົມ. ຕິດຕາມຊຸກຍູ້ແລະຊີ້ນຳເລຂາທິໜຶ່ງແລະໜ່ວຍງານປະຈຳບ້ານສະເພາະລຶບລ້າງຄວາມທຸກຍາກເສີມຂະຫຍາຍບົດບາດຫຼາຍກວ່າເກົ່າ, ປະສົມປະສານການປະຕິບັດວຽກງານປ້ອງກັນແລະຄວບຄຸມພະຍາດ ໄປຄຽງຄູ່ກັບການປະຕິບັດວຽກງານເຂົ້າປະຈຳການຢູ່ບ້ານເພື່ອລຶບລ້າງຄວາມທຸກຍາກໃຫ້ມີປະສິດທິຜົນ.

 

  ນັບມາຮອດທ້າຍເດືອນພຶດສະພາປີ2022ນີ້, ຜູ້ທຸກຍາກທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຂອງຈີນໄດ້ປະກອບອາຊີບດ້ວຍການອອກແຮງງານບັນລຸເຖິງ 31.330.000 ຄົນ, ໄດ້ເຮັດຫຼ້ອນໜ້າທີ່ເປົ້າໝາຍໝົດປີແບບລື່ນຈຳນວນ. ທົ່ວປະເທດໄດ້ປ່ອຍສິນເຊື່ອຈຳນວນໜ້ອຍເພີ່ມໃໝ່ຫຼາຍກວ່າ 25 ຕື້ຢວນ, ສະໜັບສະໜູນປະຊາກອນທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຈຳນວນ 573.000 ຄົນພັດທະນາອຸດສາຫະກຳ. ເຂດພາກຕາເວັນອອກແລະພາກຕາເວັນຕົກປະສານງານກັນແລະຫົວໜ່ວຍຂັ້ນສູນກາງຈັບຄູ່ຊ່ວຍເຫຼືອເຂດທຸກຍາກໄດ້ດຳເນີນໄປເຂົ້າສູ່ລ່ວງເລິກ,ໂດຍໄດ້ຄັດເລືອກພະນັກງານລົງພື້ນຖານປະຈຳການແລະພະນັກງານເຕັກນິກວິຊາການ 5.902 ຄົນໄປປະຕິບັດວຽກງານລຶບລ້າງຄວາມທຸກຍາກຢູ່ທ້ອງຖິ່ນ, ບັນດາຫົວໜ່ວຍຂັ້ນສູນກາງຕ່າງກໍໄດ້ວາງແຜນການຊ່ວຍເຫຼືອປະຈຳປີ,ແລະກຳລັງເລັ່ງລັດຈັດຕັ້ງປະຕິບັດມາດຕະການຊ່ວຍເຫຼືອ, ໄດ້ຝຶກອົບຮົມພະນັກງານ, ຜູ້ມີຄວາມຮູ້ຄວາມສາມາດປະເພດຕ່າງໆ113.000 ເທື່ອຄົນ.