ບັນດາກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບການຮ່ວມມືອາຊີຕາເວັນອອກຈະຈັດຂຶ້ນໃນໄວໆນີ້

2022-06-08 16:37:27 CRI

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 7 ມິຖຸນານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນຳສະພາບການທີ່ກ່ຽວຂ້ອງກັບບັນດາກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບການຮ່ວມມືອາຊີຕາເວັນອອກ ທີ່ຈະຈັດຂຶ້ນໃນໄວໆນີ້ ແລະ ກ່າວວ່າ: ຈີນຫວັງວ່າບັນດາກອງປະຊຸມເຫຼົ່ານີ້ຈະສາມາດເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນຂອງປະເທດຕ່າງໆໃນພາກພື້ນ ເພື່ອສາມັກຄີ, ຮ່ວມມືກັນ ແລະ ຮ່ວມກັນຮັບມືກັບສິ່ງທ້າທາຍຕ່າງໆ.

ທ່ານຈ້າວລີ້ຈ່ຽນກ່າວຕື່ມວ່າ ລະຫວ່າງວັນທີ 8 ຫາທີ 9 ມິຖຸນານີ້, ກອງປະຊຸມເຈົ້າໜ້າທີ່ອາວຸໂສລະຫວ່າງອາຊຽນກັບຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ, ກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ເວທີປຶກສາຫາລືພາກພື້ນອາຊຽນ ຈະຈັດຂຶ້ນໂດຍຜ່ານຮູບແບບວິດີໂອ. ບັນດາກອງປະຊຸມເຫຼົ່ານີ້ຈະປຶກສາຫາລືການຈັດຕັ້ງປະຕິບັດໝາກຜົນຂອງບັນດາກອງປະຊຸມສຸດຍອດທີ່ຈັດຂຶ້ນໃນປີຜ່ານມາ ແລະ ການພັດທະນາກົນໄກຕ່າງໆໃນອະນາຄົດ ພ້ອມທັງແລກປ່ຽນຄວາມເຫັນ ກ່ຽວກັບບັນຫາສາກົນແລະພາກພື້ນທີ່ໃຫ້ຄວາມສົນໃຈຮ່ວມກັນ. ທ່ານອູຈ່ຽງຮ້າວ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນຈະເຂົ້າຮ່ວມບັນດາກອງປະຊຸມດັ່ງກ່າວ.