ສະຖານີອະວະກາດຈີນຈະສຳເລັດການກໍ່ສ້າງໂຄງປະກອບແບບຮູບໂຕ T ໃນທ້າຍປີນີ້

2022-06-09 23:18:42 cri

      ວັນທີ 5 ມິຖຸນານີ້, ຈີນໄດ້ຍິງສົ່ງຍານອະວະກາດບັນທຸກຄົນ “ເຊີນໂຈ່ວ 14” ຂຶ້ນສູ່ອະວະກາດດ້ວຍຈະຫຼວດສົ່ງຍານສາງເຈີ່ງ 14 ເລກ 2 F ຢ່າງສຳເລັດຜົນ. ຍານອະວະກາດບັນທຸກຄົນ“ເຊີນໂຈ່ວ14” ແມ່ນຍານອະວະກາດບັນທຸກຄົນທີ່ຈີນໄດ້ສົ່ງຂຶ້ນອະວະກາດເປັນຄັ້ງທຳອິດເມື່ອເຂົ້າສູ່ໄລຍະການກໍ່ສ້າງສະຖານີອະວະກາດ.

ອີງຕາມການຈັດວາງໜ້າທີ່ການງານ, ຈີນຈະຍິງສົ່ງຫ້ອງທົດລອງ “ເວີ້ນທ່ຽນ” ຂຶ້ນສູ່ອະວະກາດໃນເດືອນກໍລະກົດ 2022 ນີ້ ແລະຍິງສົ່ງຫ້ອງທົດລອງ “ເມີ້ງທ່ຽນ” ຂຶ້ນສູ່ອະວະກາດໃນເດືອນຕຸລາ 2022 ນີ້. ໃນໄລຍະປະຕິບັດໜ້າທີ່ການບິນຂອງ ຍານອະວະກາດບັນທຸກຄົນ “ເຊີນໂຈ່ວ 14” ຈະສຳເລັດການກໍ່ສ້າງສະຖານີອະວະກາດ “ທ່ຽນກົ່ງ” ທີ່ປະກອບດ້ວຍຫ້ອງແກນກາງ “ທ່ຽນເຮີ”, ຫ້ອງທົດລອງ “ເວີ້ນທ່ຽນ”ແລະຫ້ອງທົດລອງ “ເມີ້ງທ່ຽນ” ຢ່າງຮອບດ້ານ, ເພື່ອສ້າງສຳເລັດຫ້ອງທົດ ລອງອະວະກາດແຫ່ງຊາດ.

      ອີງຕາມແຜນການ, ສະຖານີອະວະກາດຈີນຈະສຳເລັດການກໍ່ສ້າງໂຄງປະກອບແບບ ຮູບໂຕ T ໃນທ້າຍປີນີ້, ເນື້ອທີ່ຫ້ອງປະຕິບັດການຂອງສະຖານີອະວະກາດຈະມີຫຼາຍກວ່າ 110 ຕາແມັດ, ຈະຕິດຕັ້ງໃຫ້ມີທາງອອກຫ້ອງສຳລັບນັກບິນອະວະກາດ 2 ແຫ່ງ ແລະຫ້ອງເຊື່ອມຕໍ່ບັນທຸກວັດຖຸ 1 ຫ້ອງ ພ້ອມທັງຈັດສັນໃຫ້ມີເຂດນອນ 6 ເຂດ ແລະເຂດອະນາໄມ 2 ເຂດ, ສາມາດອາໄສຢູ່ໄລຍະຍາວໄດ້ເຖິງ 3 ຄົນ ແລະໄລຍະສັ້ນໄດ້ເຖິງ 6 ຄົນ.

      ການອອກແບບລະບົບສະຖານີອະວະກາດ “ທ່ຽນກົ່ງ” 3 ຫ້ອງ ແບບຮູບໂຕ T ສາມາດສະຫຼຸບໄດ້ດັ່ງລຸ່ມນີ້: 1 ຫ້ອງແກນກາງ “ທ່ຽນເຮີ” +1 ຫ້ອງທົດລອງ “ເວີ້ນທ່ຽນ”+1 ຫ້ອງທົດລອງ “ເມີ້ງທ່ຽນ” =1 ສະຖານີອະວະກາດ “ທ່ຽນກົ່ງ”.(“ທ່ຽນເຮີ” ເຊື່ອມຈອດກັບ “ເວີ້ນທ່ຽນ” ແລະເຊື່ອມຈອດກັບ “ເມີ້ງທ່ຽນ” ຈະກາຍເປັນ“ທ່ຽນກົ່ງ”)

      ຫ້ອງແກນກາງ “ທ່ຽນເຮີ” ແມ່ນຫ້ອງທຳອິດ ຂອງສະຖານີອະວະກາດຈີນທີ່ໄດ້ຮັບການຍິງສົ່ງຂຶ້ນສູ່ອະວະກາດ, ຕົ້ນຕໍໃຊ້ໃນການ ຄວບຄຸມ ແລະຄຸ້ມຄອງສະຖານີອະວະກາດຢ່າງເປັນເອກະພາບ. ມີຄວາມສາມາດ ດ້ານການບິນເປັນເຈົ້າຕົນເອງໄລຍະຍາວ, ສາມາດໃຫ້ການສະໜັບສະໜູນແກ່ນັກບິນ ອະວະກາດທີ່ປະຈຳ ແລະອາໄສໃນໄລຍະຍາວ. ເພື່ອດຳເນີນວຽກງານແພດສາດຂອງການບິນອະວະກາດ, ການທົດລອງວິທະຍາສາດ ແລະການທົດລອງເຕັກນິກຂອງ ສະຖານີອະວະກາດ ສາມາດບັນຈຸນ້ຳໜັກໄດ້ 22,5 ໂຕນ.

      ຫ້ອງທົດລອງ “ເວີ້ນທ່ຽນ” ຕົ້ນຕໍຈະໃຊ້ໃນການດຳເນີນການຄົ້ນຄວ້າຊີວະວິທະຍາໃນອະວະກາດ, ໄດ້ຕິດຕັ້ງໃຫ້ມີຕູ້ທົດລອງຊີວະພາບຊີວິດ, ເຕັກນິກຊີວະພາບແລະວິທະຍາສາດການປ່ຽນແຮງດຶງດູດຈາກໜ່ວຍໂລກແລະອື່ນໆ. ສາມາດໃຫ້ການ ສະໜັບສະໜູນໃນການດຳເນີນການຄົ້ນຄວ້າກົດເກນການເຕີບໃຫຍ່, ການສືບພັນ ແລະການໝົດອາຍຸຂອງພືດ ສັດ ແລະຈຸລິນຊີຊະນິດຕ່າງໆໃນອະວະກາດ, ກໍ່ຄືການຄົ້ນຄວ້າທົດລອງລະບົບຊີວະຊາດແບບປິດແລະອື່ນໆ.

      ຫ້ອງທົດລອງ “ເມີ້ງທ່ຽນ” ຕົ້ນຕໍຈະໃຊ້ໃນການດຳເນີນການຄົ້ນຄວ້າກ່ຽວກັບແຮງດຶງດູດຂອງໜ່ວຍໂລກ ຫຼື microgravity, ໄດ້ຈັດສັນໃຫ້ມີຕູ້ທົດລອງຟີຊິກສາດ ຂອງແຫຼວ, ວິທະຍາສາດວັດຖຸ, ວິທະຍາສາດການເຜົາໄໝ້, ຟີຊິກພື້ນຖານ, ການທົດ ລອງເຕັກນິກການບິນອະວະກາດ ແລະຕູ້ທົດລອງວິຊາອື່ນໆ. ແລະໃຫ້ການສະໜັບ ສະໜູນໃນການດຳເນີນການຄົ້ນຄວ້າທົດລອງເຕັກນິກທີ່ກ້າວໜ້າຕ່າງໆພາຍໃຕ້ເງື່ອນໄຂແຮງດຶງດູດຂອງໜ່ວຍໂລກ ເຊັ່ນ: ການສົ່ງຕໍ່ຄວາມຮ້ອນດ້ວຍຮູບແບບ multiphase flow ແລະ Phasechange, ຂະບວນການເຜົາໄໝ້ພື້ນຖານ, ສາເຫດທີ່ເຮັດໃຫ້ວັດຖຸເປັນກ້ອນ ແລະການຄົ້ນຄວ້າກົດເກນພື້ນຖານຂອງວັດຖຸກໍຄືຟີຊິກປະລະມານູທີ່ມີຄວາມເຢັນສູງສຸດແລະອື່ນໆ.