ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຕ້ອງອາໄສຄົນ

2022-06-09 13:02:18 CRI


ວັນທີ 8 ມິຖຸນາ 2022, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານຢົງເຟີ່ງ ນະຄອນເມີຍສ່ານແຂວງເສສວນ. ບ້ານຢົງເຟີ່ງມີດິນປູກຝັງປະມານ 420 ເຮັກຕາ, ມີຊາວກະສິກອນທັງໝົດ 2.133 ຄອບຄົວ ຈຳນວນ 5.176 ຄົນ.  ປີ 2021 ລາຍຮັບສະເລ່ຍຕໍ່ຫົວຄົນຂອງຊາວບ້ານໄດ້ຮັບ 28.000 ຢວນ. ພະນັກງານບ້ານໃຫ້ຮູ້ວ່າ: ລະດັບລາຍຮັບນີ້ ສາມາດຈັດຢູ່ອັນດັບທີ 4 ໃນທົ່ວແຂວງເສສວນ.



ຢູ່ບ້ານຢົງເຟີ່ງ, ທ່ານສີຈິ້ນຜິງໄດ້ສຸມໃສ່ການສຳຫຼວດວຽກງານພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ. ໃນເອກະສານເລກ 1 ສູນກາງຂອງຈີນປີ 2022 ນີ້ໄດ້ລະບຸໄວ້ຢ່າງຈະແຈ້ງວ່າ: ຕ້ອງຮັກສາຄວາມໝັ້ນຄົງຂອງກະສິກຳ, ດຳເນີນວຽກງານ “ກະສິກຳ ຊົນນະບົດ ຊາວກະສິກອນ”ໃຫ້ດີ, ສືບຕໍ່ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງຮອບດ້ານ.



ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ທ່ານສີຈີ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ຊົນນະບົດຫຼາຍເທື່ອ, ໂດຍໄດ້ເນັ້ນໜັກເຖິງການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງເປັນພິເສດ.


ຕົວຢ່າງ: ຢູ່ບ້ານຕ້ວນຊຸ່ນເມືອງເຟີນຊີ່ແຂວງສ່ານຊີ່, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກວ່າ: ຕ້ອງສືບຕໍ່ປັບປຸງໝາກຜົນຂອງບັ້ນລຶບລ້າງຄວາມທຸກຍາກ, ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງໜັກແໜ້ນ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າເກົ່າ, ມີຄວາມມຸ່ງຫວັງ ແລະ ມີຄວາມກະຕືລືລົ້ນເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງໃນການຊຸກຍູ້ການຫັນເປັນທັນສະໄໝຂອງກະສິກຳ ແລະ ຊົນນະບົດ.


ຢູ່ບ້ານເໝົານ້ານະຄອນອູຈືສ່ານແຂວງໄຫຫຼຳ, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກວ່າ: ການພັດທະນາຊົນນະບົດໃຫ້ຈະເລີນຕ້ອງສຸມຄວາມພະຍາຍາມຢ່າງຫຼວງ ຫຼາຍເຂົ້າໃນການຊຸກຍູ້ອຸດສາຫະກຳທີ່ເປັນມິດກັບສິ່ງແວດລ້ອມ ແລະ ການອະນຸລັກສິ່ງແວດລ້ອມຫັນເປັນອຸດສາຫະກຳ. ທ່ານຍັງກ່າວເນັ້ນຕື່ມວ່າ, ການຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານນັ້ນ, ຂໍກຸນແຈສຳຄັນແມ່ນຕ້ອງອາໄສຄົນ.


ໃນປັດຈຸບັນ, ເລຂາທີ 1 ປະຈຳບ້ານ ພວມກາຍເປັນກຳລັງຫຼັກແຫຼ່ງໃນການຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນ. ໃນເດືອນເມສາປີ 2022ນີ້, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດກາວຽກງານຢູ່ບ້ານເໝົານ້າແຂວງໄຫຫຼຳ, ທ່ານສີຈິ້ນຜິງໄດ້ສົນທະນາກັບເລຂາທິ 1 ປະຈຳບ້ານ ແລະຫົວໜ້າໜ່ວຍວິຊາການພັດທະນາຊົນນະບົດປະຈຳຕາແສງຢ່າງສະໜິດສະໜົມ, ໂດຍກ່າວເນັ້ນໜັກວ່າ, ຕ້ອງສ້າງຖັນແຖວພະນັກງານພັດທະນາຊົນນະບົດທີ່ມີການເມືອງ, ມີຄວາມສາມາດ ແລະ ມີແບບແຜນທີ່ເຂັ້ມແຂງ. ອີງຕາມສະຖິຕິໃຫ້ຮູ້ວ່າ: ປັດຈຸບັນນີ້, ຈີນໄດ້ແຕ່ງຕັ້ງເລຂາທີ 1 ປະຈຳບ້ານ 186.000 ຄົນ, ນັກວິຊາການຂອງໜ່ວຍງານວິຊາການພັດທະນາຊົນນະບົດ 563.000 ຄົນ, ເຊິ່ງໄດ້ເສີມຂະຫຍາຍບົດບາດທີ່ສຳຄັນເຂົ້າໃນການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ.