ຈີນທວງໃຫ້ອາເມຣິກາຍົກເລີກການຂາຍອາວຸດຮອບໃໝ່ໃຫ້ໄຕ້ຫວັນ

2022-06-10 10:26:40 CRI

ໂດຍແນໃສ່ອາເມຣິກາປະກາດຂາຍອາວຸດໃຫ້ໄຕ້ຫວັນຈີນຮອບໃໝ່, ໃນເວລາຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 9 ມິຖຸນານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ອາເມຣິກາໄດ້ຂາຍອາວຸດໃຫ້ເຂດໄຕ້ຫວັນຈີນ, ໄດ້ລະເມີດຫຼັກການປະເທດຈີນດຽວ ແລະ ຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນແລະອາເມຣິກາ ໂດຍສະເພາະແມ່ນຂໍ້ກຳນົດທີ່ລະບຸໄວ້ໃນຖະແຫຼງການ “17 ສິງຫາ” ເຊິ່ງໄດ້ທຳລາຍອະທິປະໄຕແລະຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຈີນຢ່າງໜັກໜ່ວງ, ທຳລາຍການພົວພັນຈີນ-ອາເມຣິກາ ແລະ ສັນຕິພາບແລະສະຖຽນລະພາບຂອງເຂດທະເລອ້ອມເກາະໄຕ້ຫວັນ. ຈີນສະແດງຄວາມຄັດຄ້ານຢ່າງເດັດດ່ຽວ ແລະ ກ່າວປະນາມຢ່າງຮຸນແຮງຕໍ່ເລື່ອງນີ້.

ທ່ານຈ້າວລີ້ຈ່ຽນກ່າວເນັ້ນໜັກວ່າ: “ອາເມຣິກາຄວນປະຕິບັດຕາມຫຼັກການປະເທດຈີນດຽວ ແລະ ຂໍ້ກຳນົດໃນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນແລະອາເມຣິກາ, ຍົກເລີກແຜນການຂາຍອາວຸດໃຫ້ໄຕ້ຫວັນ, ຢຸດຕິການຂາຍອາວຸດໃຫ້ໄຕ້ຫວັນ ແລະ ຕັດສາຍພົວພັນທາງການທະຫານລະຫວ່າງອາເມຣິກາກັບໄຕ້ຫວັນ. ຈີນຈະສືບຕໍ່ໃຊ້ມາດຕະການທີ່ເດັດດ່ຽວ ແລະ ເຂັ້ມແຂງ ເພື່ອປົກປ້ອງອະທິປະໄຕແລະຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຕົນຢ່າງເດັດຂາດ.