ຣັດເຊຍ: ຣັດເຊຍໄດ້ຢຸດການສະໜອງອາຍແກັສ໌ທຳມະຊາດໃຫ້ແກ່ປະເທດທີ່ບໍ່ຍອມຈ່າຍເງິນຊື້ດ້ວຍເງິນຣຸບ

2022-06-10 10:18:33 cri

ວັນທີ 9 ມິຖຸນາ 2022 ຕາມເວລາທ້ອງຖິ່ນ, ທ່ານດີມີຕຣີ ເປສກົຟ ໂຄສົກປະທານາທິບໍດີຣັດເຊຍກ່າວວ່າ: “ຄ່ຳສັ່ງການຊຳລະບັນຊີດ້ວຍເງິນຣຸບ” ຂອງຣັດເຊຍພວມເສີມຂະຫຍາຍບົດບາດຢູ່.

ທ່ານເປສກົຟ ກ່າວຕື່ມວ່າ: ຣັດເຊຍໄດ້ຢຸດການສະໜອງແກັສທຳມະຊາດ ໃຫ້ແກ່ປະເທດທັງໝົດທີ່ບໍ່ຍອມຈ່າຍເງິນຊື້ ແກັສ໌ຈາກຣັດເຊຍດ້ວຍເງິນຣຸບ, ປັດຈຸດບັນ, ຣັດເຊຍຈະບໍ່ຕັດການສະໜອງແກັສ໌ຕໍ່ປະເທດອື່ນໆອີກແລ້ວ.

ອີງຕາມດຳລັດປະທານາທິບໍດີທີ່ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍລົງລາຍເຊັນເມື່ອວັນທີ 1 ມີນາປີນີ້ໄດ້ກຳນົດໄວ້ວ່າ: ເລີ່ມແຕ່ວັນທີ 1 ເມສາ 2022 ເປັນຕົ້ນໄປ, ຣັດເຊຍຈະຊຳລະການຊື້ແກັສ໌ກັບບັນດາປະເທດແລະເຂດແຄວ້ນທີ່ບໍ່ເປັນມິດກັບຣັດເຊຍນັ້ນດ້ວຍເງິນຣຸບ.