ກະຊວງການຕ່າງປະເທດຈີນ: ສະພາເອີຣົບຜ່ານມະຕິທີ່ກ່ຽວພັນກັບຊິນຈ່ຽງຂອງຈີນເປັນການເວົ້າຄຳຂີ້ຕົວະແບບຫຼັບຫູຫຼັບຕາ

2022-06-11 13:10:24 ​ຊີ​ອາ​ໄອ




ຕາມຂ່າວແຈ້ງວ່າ, ວັນທີ 9 ມິຖຸນານີ້ ສະພາເອີຣົບໄດ້ຜ່ານມະຕິສະບັບໜຶ່ງ ໂດຍອ້າງວ່າ ຊິນຈ່ຽງຂອງຈີນມີຄວາມສ່ຽງສູງໃນການເກີດບັນຫາດັບສູນເຊື້ອຊາດ.

ວັນທີ 10 ມິຖຸນານີ້ ທ່ານຈ້າວລີຈ່ຽນ ໂຄສົກກະຊວງການຕ່າງປະເທຈີນກ່າວວ່າ, ສະພາເອີຣົບໄດ້ຜ່ານມະຕິກ່ຽວກັບຊິນຈ່ຽງ ໂດຍບໍ່ເອົາຫົວຊານຳເລື່ອງຄວາມເປັນຈິງແລະຄວາມຮູ້ພື້ນຖານດ້ານກົດໝາຍ, ເປັນການຕັ້ງແກ້ງໃສ່ຮ້າຍປ້າຍສີຕໍ່ຈີນ, ໄດ້ແຊກແຊງວຽກງານພາຍໃນຂອງຈີນຢ່າງຮ້າຍກາດ, ແລະໄດ້ລະເມີດກົດໝາຍສາກົນ ແລະຫຼັກມາດຖານພື້ນຖານຂອງການພົວພັນລະຫວ່າງຊາດຢ່າງບັງອາດ. ຈີນກ່າວປະມານຢ່າງຮຸນແຮງຕໍ່ເລື່ອງນີ້ ແລະຄັດຄ້ານຢ່າງເດັດຂາດ.

ທ່ານຈ້າວລີຈ່ຽນຊີ້ອອກວ່າ, ຕະຫຼອດໄລຍະ 60 ກວ່າປີມານີ້, ຈຳນວນປະຊາກອນເຜົ່າອຸຍເກີຂອງຊີນຈ່ຽງໄດ້ຈາກ 2 ລ້ານ 2 ແສນຄົນເພີ່ມຂຶ້ນເປັນ 12 ລ້ານຄົນ, ອາຍຸຍືນສະເລ່ຍຕໍ່ຫົວຄົນທີ່ຄາດໝາຍໄດ້ເພີ່ມໄວ້ຈາກ 30 ປີຂຶ້ນເຖິງ 74,7 ປີ. ສະມາຊິກທີ່ກ່ຽວຂ້ອງຂອງສະພາເອີຣົບຄວນເຄົາລົບເລື່ອງຈິງ, ຢຸດຕິການຫຼິ້ນເລ່ຫຼ່ຽມທາງການເມືອງດ້ວຍບັນຫາຊິນຈ່ຽງ ແລະແຊກແຊງວຽກງານພາຍໃນຂອງຈີນ, ຢຸດຕິການກໍ່ການເປັນປໍລະປັກກັນດ້ານຮູບຖານຈິດສຳນຶກໂດຍຖືສິດທິມະນຸດເປັນຂໍ້ອ້າງ.