ຈີນໄດ້ຮັບເລືອກຕັ້ງເປັນສະມາຊິກສະພາເສດຖະກິດແລະສັງຄົມ ສປຊ ອີກວາລະໜຶ່ງ

2022-06-11 14:54:57 cri

ວັນທີ 10 ມິຖຸນານີ້,   ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 76 ໄດ້ເລືອກຕັ້ງສະມາຊິກສ່ວນໜຶ່ງຂອງສະພາເສດຖະ ກິດແລະສັງຄົມ, ຈີນໄດ້ປະສົບຜົນສຳເລັດໃນການຮັບເລືອກຕັ້ງເປັນສະມາ ຊິກສະພາດັ່ງກ່າວອີກວາລະໜຶ່ງ.

  ບ່ອນນັ່ງຂອງສະພາເສດຖະກິດແລະສັງຄົມແມ່ນແບ່ງປັນຕາມເຂດ ແຄວ້ນ.ຜ່ານຈາກການປ່ອນບັດແບບປິດລັບຂອງກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ, ມີ 17 ປະເທດຈາກເຂດອາຊີປາຊີຟິກ, ເຂດອາຟຣິກກາ, ເຂດອາເມຣິກາລາຕິນແລະກາຣີບຽນ, ເອີຣົບຕາເວັນຕົກ ພ້ອມດ້ວຍເຂດແຄ້ວນອື່ນໆ, ແລະເຂດເອີຣົບຕາເວັນອອກ, ມີອາຍຸການເປັນເວລາ 3 ປີ ເຊິ່ງເລີ່ມແຕ່ວັນທີ 1 ມັງກອນປີ2023 ເປັນຕົ້ນໄປ.  ໃນນີ້ ເຂດເອີຣົບຕາເວັນອອກຍັງມີບ່ອນນັ່ງຫວ່າງອີກບ່ອນໜຶ່ງ, ໂດຍຈະກຳນົດວັນເວລາອີກມື້ໜຶ່ງເພື່ອດຳເນີນການເລືອກຕັ້ງ.  


 ສະພາເສດຖະກິດແລະສັງຄົມອົງການສະຫະປະຊາຊາດເປັນໜຶ່ງໃນບັນດາອົງການຕາມກົດບັດສະຫະປະຊາຊາດ,ມີໜ້າທີ່ຮັບຜິດຊອບໃນການຈັດ ການກັບວຽກງານຕ່າງໆຂອງອົງການສະຫະປະຊາຊາດເຊັ່ນ: ເສດຖະກິດ, ສັງຄົມ, ການພັດທະນາ, ວັດທະນະທຳ, ການສຶກສາແລະອື່ນໆ, ມີສະມາຊິກທັງໝົດ 54 ປະເທດ, ໃນແຕ່ລະປີ, ກອງປະຊຸມສະມັດຊາ ໃຫຍ່ອົງການສະຫະປະຊາຊາດ ຈະເລືອກຕັ້ງສະມາຊິກໃໝ່ກວມ 1/3 ຂອງສະມາຊິກທັງໝົດ.