ລັດຖະມົນຕີກະຊວງປ້ອງກັນປະເທດຈີນເນັ້ນໜັກຄືນຫຼັກໝັ້ນອັນເດັດດ່ຽວຂອງຈີນໃນບັນຫາໄຕ້ຫວັນ

2022-06-11 14:23:48 ​ຊີ​ອາ​ໄອ


 



ຕອນບ່າຍວັນທີ 10 ມິຖຸນານີ້ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ແລະອາເມຣິກາໄດ້ຈັດການພົບປະສອງຝ່າຍຄັ້ງທຳອິດໃນໄລຍະຈັດການສົນທະນາຊັງກຼິລາທີ່ສິງກະໂປ, ທ່ານເວີ້ຍເຟີ້ງເຫີ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດຈີນໄດ້ເນັ້ນໜັກຄືນຫຼັກໝັ້ນອັນເດັດດ່ຽວຂອງຈີນໃນບັນຫາໄຕ້ຫວັນ.

ໂດຍທ່ານເວີ້ຍເຟິງເຫີກ່າວວ່າ, ຫວ່າງກ່ອນນີ້ບໍ່ດົນ, ອາເມຣິກາໄດ້ປະກາດອີກຄັ້ງວ່າຈະຂາຍອາວຸດໃຫ້ກອງທັບໄຕ້ຫວັນ ເຊິ່ງເປັນການລະເມີດຫຼັກການຈີນດຽວແລະ ຖະແຫຼງການຮ່ວມສາມສະບັບລະຫວ່າງຈີນ-ອາເມຣິກາຢ່າງຮ້າຍແຮງ ໄດ້ທຳລາຍອະທິປະໄຕແລະຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຈີນຢ່າງໜັກໜ່ວງ, ທຳລາຍການພົວພັນລະຫວ່າງຈີນ-ອາເມຣິກາ ສັນຕິພາບ ແລະສະຖຽນລະພາບຂອງຊ່ອງແຄບໄຕ້ຫວັນຢ່າງໜັກໜ່ວງ. ຈີນເດັດດ່ຽວຄັດຄ້ານ ແລະກ່າວປະນາມຢ່າງຮຸນແຮງຕໍ່ເລື່ອງນີ້. ຖ້າຫາກມີຄົນກ້າແບ່ງແຍກໄຕ້ຫວັນອອກຈາກດິນແດນຈີນ, ກອງທັບຈີນຍ່ອມຈະບໍ່ເສຍດາຍທຸກຄວາມເສຍຫາຍໃດໆໃນການຕໍ່ສູ້ກັນ ເພື່ອເດັດດ່ຽວທັບມ້າງກົນອຸບາຍທຸກຢ່າງທີ່ມີເຈດຕະນາທີ່ຢາກແບ່ງແຍກໄຕ້ຫວັນເປັນເອກະລາດ, ເດັດດ່ຽວປົກປັກຮັກສາອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຊາດຈີນ.