ປະທານາທິບໍດີຣັດເຊຍລົງນາມໃນກົດໝາຍວ່າດ້ວຍການຢຸດຕິການປະຕິບັດ ຜົນການຕັດສິນຂອງສານສິດທິມະນຸດເອີຣົບ

2022-06-12 15:01:08 CRI
 ເວັບໄຊປະທານາທິບໍດີຣັດເຊຍລາຍງານຂ່າວໃນວັນທີ 11 ມິຖຸນານີ້ວ່າ: ໃນມື້ດຽວກັນ, ທ່ານວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ລົງນາມໃນກົດໝາຍວ່າດ້ວຍຣັດເຊຍ ຢຸດຕິການປະຕິບັດຜົນການຕັດສິນຂອງສານສິດທິມະນຸດເອົຣົບ ທີ່ໃຫ້ຕັດສິນຫຼັງຈາກວັນທີ 15 ມີນາຜ່ານມານີ້ ແລະ ຈະບໍ່ຖືເອົາຜົນການຕັດສິນຂອງສານສິດທິມະນຸດເອີຣົບເປັນຫຼັກອ້າງອີງ ໃນການດຳເນີນຄະດີຄືນໃໝ່ຂອງສານຣັດເຊຍ.
ໂດຍອີງຕາມເອກະສານທີ່ເຜີຍແຜ່ໃນເວັບໄຊຂໍ້ມູນກົດໝາຍຣັດເຊຍ, ຣັດເຊຍຈະຢຸດຕິການ ປະຕິບັດຜົນການຕັດສິນຂອງສານສິດທິມະນຸດເອີຣົບ ທີ່ໃຫ້ຕັດສິນຫຼັງຈາກວັນທີ 15 ມີນາຜ່ານມານີ້ ແລະ ຜົນການຕັດສິນຂອງສານດັ່ງກ່າວຈະບໍ່ເປັນຫຼັກອ້າງອີງໃນການດຳເນີນ ຄະດີຄືນໃໝ່ຂອງສານຣັດເຊຍອີກ. ນອກນີ້, ເພື່ອປົກປ້ອງສິດຂອງພົນລະເມືອງຣັດເຊຍ, ກ່ອນວັນທີ 1 ມັງກອນປີ 2023, ອົງການໄອຍະການສູງສຸດຣັດເຊຍຍັງສາມາດຈ່າຍ ຄ່າຊົດເຊີຍໃຫ້ແກ່ຜູ້ຮ້ອງຂໍທີ່ກ່ຽວຂ້ອງ ອີງຕາມຜົນການຕັດສິນຂອງສານສິດທິມະນຸດເອີຣົບ ທີ່ໃຫ້ຕັດສິນກ່ອນວັນທີ 16 ມີນາປີ 2022.