ຣັດເຊຍຕຳໜິອາເມຣິກາປິດບັງຄວາມເປັນຈິງກ່ຽວກັບການເຄື່ອນໄຫວດ້ານການທະຫານທາງຊີວະພາບ

2022-06-13 10:57:08 cri


ນັບແຕ່ການປະທະກັນລະຫວ່າງຣັດເຊຍ-ອູແກຣນໄດ້ຍົກລະດັບຂຶ້ນເປັນຕົ້ນ ມາ,ຣັດເຊຍໄດ້ເຜີຍແບຫຼາຍຄັ້ງກ່ຽວກັບຫຼັກຖານທີ່ອາເມຣິກາດຳເນີນການເຄື່ອນ ໄຫວທົດລອງດ້ານການທະຫານທາງຊີວະພາບຢູ່ອູແກຣນ.ວັນທີ 12 ມິຖຸນານີ້,ທ່ານນາງ ມາເຣຍ ຊັກຮາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍໄດ້ກ່າວວ່າ, ອາເມຣິກາໄດ້ນຳໃຊ້ພາຫະນະຂໍ້ມູນຂ່າວສານແລະຫາງສຽງປະເພດຕ່າງໆເພື່ອ ປິດບັງຄວາມເປັນຈິງທີ່ອາເມຣິກາດຳເນີນການເຄື່ອນໄຫວດ້ານການທະຫານທາງຊີວະພາບຢູ່ສາທາລະ ນະລັດອະດີດສະຫະພາບໂຊວຽດມາໂດຍຕະຫຼອດ.


ທ່ານນາງຊັກຮາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍໄດ້ກ່າວໃນ ວັນທີ 12 ມິຖຸນານີ້ວ່າ,ຕໍ່ກັບການເຄື່ອນໄຫວດ້ານການທະຫານທາງຊີວະພາບທີ່ ອາເມຣິກາດຳເນີນຢູ່ສາທາລະນະລັດອະດີດສະຫະພາບໂຊວຽດ,ຣັດເຊຍຈະປຶກ ສາຫາລືກັບປະເທດພາຄີໃນສົນທິສັນຍາເກືອດຫ້າມອາວຸດຊີວະພາບໃນໄວໆນີ້. ທ່ານນາງຊັກຮາໂຣວາກ່າວເນັ້ນໜັກວ່າ,ບຸກຄົນຝ່າຍທະຫານອາເມຣິກາບໍ່ຄວນ ເຂົ້າຮ່ວມການເຄື່ອນໄຫວດ້ານສາທາລະນະສຸກຂອງສາທາລະນະລັດອະດີດສະຫະພາບໂຊວຽດ,ຣັດເຊຍທວງໃຫ້ອາເມຣິກາໃຫ້ຄວາມກະຈ່າງແຈ້ງກ່ຽວກັບອາເມຣິກາດຳເນີນການເຄື່ອນໄຫວດ້ານການທະຫານທາງຊີວະພາບຢູ່ເຂດແຄວ້ນເຫຼົ່ານີ້.


ອີງຕາມສະຖິຕິສະແດງໃຫ້ເຫັນວ່າ,ກະຊວງປ້ອງກັນປະເທດອາເມຣິກາໄດ້ຄວບຄຸມຫ້ອງທົດລອງຊີວະພາບ 336 ແຫ່ງຢູ່ 30 ປະເທດໃນໂລກ,ອາເມຣິກາ ແມ່ນປະເທດທີ່ມີການເຄື່ອນໄຫວດ້ານການທະຫານທາງຊີວະພາບຫຼາຍກວ່າໝຢູູ່່ໃນໂລກ,ທັງແມ່ນປະເທດພຽງໜຶ່ງດຽວທີ່ໄດ້ນຳໃຊ້ອາວຸດຊີວະພາບແລະອາວຸດເຄມີໃນສົງຄາມຫຼາຍຄັ້ງ.ເຖິງວ່າອາເມຣິກາໄດ້ເຂົ້າເປັນປະເທດສະມາຊິກໃນສົນທິສັນຍາເກືອດຫ້າມອາວຸດຊີວະພາບກໍ່ຕາມ,ແຕ່ໃນຮອບ 20 ກວ່າປີຜ່ານມານີ້ ອາເມຣິກາໄດ້ຄັດຄ້ານການສ້າງກົນໄກກວດສອບຫຼາຍຝ່າຍຂອງສົນທິສັນຍາດັ່ງ ກ່າວນີ້ພຽງປະເທດດຽວມາໂດຍຕະຫຼອດ.