ບົດລາຍງານຜົນການສຳຫຼວດສະແດງໃຫ້ເຫັນວ່າ,ສະຫະພາບເອີລົບຍັງແມ່ນ ຝ່າຍທີ່ຊື້ພະລັງງານທີ່ບໍ່ສາມາດເກີດໃໝ່ໄດ້ໃຫຍ່ທີ່ສຸດຂອງຣັດເຊຍ

2022-06-14 11:52:03 cri


   ວັນທີ 13 ມິຖຸນານີ້,ສູນຄົ້ນຄວ້າພະລັງງານແລະອາກາດທີ່ສະອາດຂອງ ແຟງລັງໄດ້ປະກາດບົດລາຍງານຜົນການສຳຫຼວດເຊິ່ງສະແດງໃຫ້ເຫັນວ່າ,ນັບແຕ່ການປະທະກັນລະຫວ່າງຣັດເຊຍ-ອູແກຣນເກີດຂຶ້ນເປັນຕົ້ນມາ,ສະຫະພາບເອີລົບໄດ້ປະຕິບັດການລົງໂທດຣັດເຊຍທາງເສດຖະກິດຫຼາຍຢ່າງ,ແຕ່ສະຫະພາບເອີລົບ ຍັງແມ່ນຝ່າຍຊື້ພະລັງງານທີ່ບໍ່ສາມາດເກີດໃໝ່ໄດ້ຫຼືfossilໃຫຍ່ທີ່ສຸດຂອງຣັດ ເຊຍ.


   ອີງຕາມຂໍ້ມູນສະຖິຕິຂອງສູນຄົ້ນຄວ້າພະລັງງານແລະອາກາດທີ່ສະອາດຂອງ ແຟງລັງໄດ້ສະແດງໃຫ້ເຫັນວ່າ,ນັບແຕ່ວັນທີ 24 ກຸມພາຫາວັນທີ 3 ມິຖຸນາປີນີ້, ຣັດເຊຍມີລາຍຮັບ 93 ຕື້ເອີໂຣຈາກການສົ່ງອອກເຊື້ອໄຟທີ່ບໍ່ສາມາດເກີດໃໝ່ໄດ້, ໃນນັ້ນລາຍຮັບ 46 ຕື້ເອີໂຣແມ່ນມາຈາກການສົ່ງອອກນ້ຳມັນດິບ, 24 ຕື້ເອີໂຣມາຈາກການສົ່ງອອກອາຍແກັດສທຳມະຊາດຜ່ານທໍ່ສ່ົງ,ເຫຼືອນັ້ນແມ່ນມາຈາກການຂາຍຜະລິດຕະພັນນ້ຳມັນເຊື້ອໄຟແລະຖ່ານຫີນເປັນຕົ້ນ.ສ່ວນ61%ຂອງລາຍຮັບຈາກການສົ່ງອອກເຊື້ອໄຟທີ່ບໍ່ສາມາດເກີດໃໝ່ໄດ້ຂອງຣັດເຊຍນັ້ນຫຼືປະ ມານ 57 ຕື້ ເອີໂຣແມ່ນມາຈາກສະຫະພາບເອີລົບຊື້ອາຍແກັດສທຳມະຊາດແລະນ້ຳມັນເຊື້ອໄຟຂອງຣັດເຊຍ.