ໃນ 5 ເດືອນທຳອິດປີ 2022 ຈີນດຶງດູດການລົງທຶນຂອງຕ່າງປະເທດເພີ່ມຂຶ້ນ 17,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021

2022-06-14 15:27:46 CRI


ວັນທີ 14 ມິຖຸນານີ້, ກະຊວງການຄ້າຈີນໄດ້ເຜີຍແຜ່ຂໍ້ມູນ ສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາ ເດືອນພຶດສະພາປີ 2022 ນີ້, ທົ່ວປະເທດຈີນໄດ້ນຳໃຊ້ທຶນຕ່າງປະເທດມູນຄ່າ 564,2 ຕື້ຢວນ, ເພີ່ມຂຶ້ນ 17,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ເທົ່າກັບ 87,77ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 22,6%.


ເມື່ອສັງເກດເບິ່ງຈາກດ້ານຂະແໜງການແລ້ວເຫັນວ່າ, ຂະແໜງການບໍລິການໄດ້ນຳໃຊ້ທຶນຕ່າງປະເທດຕົວຈິງ 423,3 ຕື້ຢວນ, ເພີ່ມຂຶ້ນ 10,8%, ອຸດສາຫະກຳໄຮເທັກໄດ້ນຳໃຊ້ທຶນຕ່າງປະເທດຕົວຈິງ ເພີ່ມຂຶ້ນ 42,7%, ໃນນັ້ນ ອຸດສາຫະກຳການຜະລິດເພີ່ມຂຶ້ນ 32,9%, ຂະແໜງການບໍລິການໄຮເທັກໄດ້ເພີ່ມຂຶ້ນ 45,4%.