ທ່ານຢາງເຈສືພົບປະເຈລະຈາກັບຜູ້ຊ່ວຍວຽກງານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາ

2022-06-14 10:10:59 cri

ວັນທີ 13 ມິຖຸນານີ້, ທ່ານຢາງເຈສື ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງການຄະນະກຳມະການວຽກງານຕ່າງປະເທດສູນກາງຈີນໄດ້ພົບປະເຈລະຈາກັບທ່ານແຈັກ ຊາຣີວານ ຜູ້ຊ່ວຍວຽກງານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາຢູ່ລຸກຊຳບວກ. ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບການພົວພັນລະຫວ່າງຈີນ-ອາເມຣິກາ ແລະບັນຫາອື່ນໆທີ່ມີຄວາມສົນໃຈຮ່ວມກັນຢ່າງຈິງໃຈ, ເລິກເຊິ່ງແລະມີລັກສະນະສ້າງສັນ ໂດຍໄດ້ເຫັນດີຖືເອົາການຈັດຕັ້ງປະຕິບັດຄວາມເຫັນສຳຄັນທີ່ເປັນເອກະພາບກັນຂອງປະມຸກລັດສອງປະເທດເປັນສາຍຫຼັກ, ເພີ່ມທະວີການຕິດຕໍ່ສົນທະນາກັນ, ຫຼຸດຜ່ອນຄວາມເຂົ້າໃຈຜິດແລະການວິນິດໄສຜິດ, ຄວບຄຸມຄວາມເຫັນທີ່ບໍ່ກົງກັນຢ່າງເໝາະສົມ. ສອງຝ່າຍເຫັນວ່າ: ການຮັກສາຊ່ອງທາງການແລກປ່ຽນຄວາມເຫັນໃຫ້ມີຄວາມສະດວກແມ່ນມີຄວາມຈຳເປັນແລະມີຜົນປະໂຫຍດ.