ຜູ້ແທນກູບາຕາງໜ້າໃຫ້ເກືອບ 70 ປະເທດປະກອບຄຳເຫັນຮ່ວມຢູ່ທີ່ສະພາສິດທິມະນຸດສປຊເພື່ອຄັດຄ້ານການແຊກແຊງວຽກງານພາຍໃນຂອງຈີນໂດຍຖືສິດທິມະນຸດເປັນຂໍ້ອ້າງ

2022-06-15 10:54:55 cri



   ວັນທີ 14 ມິຖຸນານີ້, ຢູ່ກອງປະຊຸມສະພາສິດທິມະນຸດອົງການສະຫະ ປະຊາຊາດຄັ້ງທີ 50 ທີ່ຈັດຂຶ້ນຢູ່ນະຄອນເຊີແນວປະເທດສະວິສ, ຜູ້ແທນກູບາໄດ້ຕາງໜ້າໃຫ້ເກືອບ 70 ປະເທດປະກອບຄຳເຫັນຮ່ວມໂດຍ ໄດ້ຊີ້ໃຫ້ເຫັນວ່າ ການເຄົາລົບອະທິປະໄຕ, ເອກະລາດແລະຜືນແຜ່ນດິນ ອັນຄົບຖ້ວນຂອງແຕ່ລະປະເທດ, ບໍ່ແຊກແຊງວຽກງານພາຍໃນຂອງປະເທດ ອະທິປະໄຕ ເຊິ່ງເປັນຫຼັກການພື້ນຖານຂອງການພົວພັນສາກົນ. ວຽກງານຊິນຈ່ຽງ, ຮົງກົງແລະຕິເບດແມ່ນວຽກງານພາຍໃນຂອງຈີນ. ຄັດຄ້ານການຫັນບັນຫາສິດທິ ມະນຸດເປັນບັນຫາການເມືອງແລະສອງມາດຕະຖານ, ຄັດຄ້ານການແຊກ ແຊງວຽກງານພາຍໃນຂອງຈີນໂດຍຖືສິດທິມະນຸດເປັນຂໍ້ອ້າງ.

ການປະກອບຄຳເຫັນຮ່ວມໄດ້ຢືນຢັນວ່າ: ບັນດາຝ່າຍຄວນເຄົາລົບຈຸດປະສົງ ແລະຫຼັກການຂອງກົດບັດສະຫະປະຊາຊາດ, ເຄົາລົບແລະປະຕິບັດຕາມຫຼັກການຕ່າງໆທີ່ມີລັກສະນະທົ່ວໄປ, ຄວາມຍຸຕິທຳ, ຄວາມພາວະວິໄສ, ລັກສະນະ ບໍ່ເປັນການຈຳແນກແລະອື່ນໆ, ເຄົາລົບສິດທິຂອງປະຊາຊົນບັນດາປະເທດໃນ ການເລືອກເອົາເສັ້ນທາງການພັດທະນາດ້ວຍຕົນເອງຕາມສະພາບເງື່ອນໄຂຂອງປະເທດຕົນ, ໃຫ້ຄວາມສຳຄັນເທົ່າທຽມກັນຕໍ່ສິດທິມະນຸດປະເພດຕ່າງໆ, ພິເສດແມ່ນໃຫ້ຄວາມສຳຄັນຢ່າງພຽງພໍຕໍ່ສິດທິດ້ານເສດຖະກິດ,ສັງຄົມ,ວັດທະນະທຳ,ແລະສິດການພັດທະນາ.

ການປະກອບຄຳເຫັນຮ່ວມຍັງຊີ້ໃຫ້ເຫັນວ່າ: ສັງຄົມມະນຸດພວມປະເຊີນກັບ ສິ່ງທ້າທາຍຫຼາຍຢ່າງເຊິ່ງລວມທັງສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ປະຊາຄົມໂລກຄວນຍຶດໝັ້ນລັດທິຫຼາຍຝ່າຍ, ເພີ່ມທະວີຄວາມສາມັກຄີ ແລະປະສານງານກັນ, ຮ່ວມກັນຮັບມືກັບສິ່ງທ້າທາຍລັກສະນະທົ່ວໂລກ, ຮ່ວມກັນສົ່ງເສີມສັນຕິພາບແລະການພັດທະນາຂອງໂລກ, ສົ່ງເສີມແລະ ປົກປ້ອງສິດທິມະນຸດ.

ນອກນີ້, ຍັງມີຜູ້ຕາງໜ້າ 20 ກວ່າປະເທດໄດ້ສະແດງການສະໜັບສະໜູນປະເທດຈີນ ດ້ວຍຮູບການປະກອບຄຳເຫັນແບບ ແຍກດ່ຽວແລະຮູບການອື່ນໆ. ມີຜູ້ຕາງໜ້າ ເກືອບ 100 ປະເທດໄດ້ຜ່ານຈາກຮູບການຕ່າງໆເພື່ອສະແດງຄວາມເຂົ້າໃຈແລະສະໜັບສະໜູນຕໍ່ຈຸດຢືນອັນຊອບທຳຂອງຈີນ.