ນັກການເມືອງອາເມລິກາສ້າງຂໍ້ຈຳກັດຕໍ່ການຮ່ວມມືດ້ານເສດຖະກິດການຄ້າຈີນ-ອາເມຣິກາຢ່າງໄຮ້ເຫດຜົນ

2022-06-15 14:59:43 cri



   ຫວ່າງມໍ່ໆມານີ້,ສະມາຊິກສະພາຈາກສອງພັກການເມືອງຂອງອາເມຣິກາໄດ້ກ້າວເຖິງຂັ້ນມີຄວາມເຫັນເປັນເອກະພາບກັນກ່ຽວກັບການສ້າງຂໍ້ຈຳກັດຕໍ່ການລົງທຶນຢູ່ປະເທດຈີນ.ຕໍ່ກັບເລື່ອງນີ້,ທ່ານວ່າງເວີນປິ່ນ ໂຄສົົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 14 ມິຖຸນານີ້ວ່າ, ການກະທຳດັ່ງກ່າວຂອງອາເມຣິກາໄດ້ທຳລາຍລະບຽບດ້ານເສດຖະກິດການຄ້າແລະກົດລະບຽບການຄ້າສາກົນຢ່າງຮ້າຍແຮງ,ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງຂອງໂລກຢ່າງໜັກໜ່ວງ.  ຫວ່າງມໍ່ໆມານີ້,ສະມາຊິກສະພາຈາກສອງພັກການເມືອງຂອງອາເມຣິກາໄດ້ກ້າວເຖິງຂັ້ນມີຄວາມເຫັນເປັນເອກະພາບກັນກ່ຽວກັບຍັດຕິສະບັບໜຶ່ງ,ຍັດຕິສະບັບນີ້ ຈະມອບສິດອັນໃໝ່ໃຫ້ແກ່ລັດຖະບານອາເມຣິກາ,ເຮັດໃຫ້ລັດຖະບານອາເມຣິກາສາມາດສະກັດກັ້ນການລົງທຶນຂອງອາເມຣິກາຢູ່ປະເທດຈີນທີ່ມີຈຳນວນຫຼາຍຕື້ໂດລາສະຫະລັດ.ຕໍ່ກັບເລື່ອງນີ້,ທ່ານວ່າງເວີນປິ່ນກ່າວວ່າ:


  “ຝ່າຍຈີນໄດ້ຄັດຄ້ານຝ່າຍອາເມຣິກາທີ່ຂະຫຍາຍນິຍາມດ້ານຄວາມໝັ້ນຄົງ ແຫ່ງຊາດມາໂດຍຕະຫຼອດໂດຍມີຈຸດປະສົງເພື່ອເພີ່ມທະວີການກວດກາການລົງ ທຶນທີ່ບໍ່ສົມເຫດສົມຜົນຢ່າງບໍ່ຢຸດຢັ້ງ,ສ້າງຄວາມຫຍຸ້ງຍາກແລະອຸປະສັກໃຫ້ແກ່ ວິສາຫະກິດປະເທດຕ່າງໆລວມທັງວິສາຫະກິດຈີນ-ອາເມຣິກາໃນການດຳນເນີນ ການລົງທຶນແລະການຮ່ວມມືດ້ານເສດຖະກິດການຄ້າຢ່າງເປັນປົກກະຕິ,ເຊິ່ງໄດ້ ທຳລາຍລະບຽບດ້ານເສດຖະກິດການຄ້າແລະກົດລະບຽບດ້ານການຄ້າສາກົນຢ່າງຮ້າຍແຮງ,ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງຂອງໂລກຢ່າງໜັກໜ່ວງ.ການທີ່ນັກການເມືອງອາເມຣິກາສ້າງຂໍ້ຈຳ ກັດຕໍ່ການຮ່ວມມືດ້ານເສດຖະກິດການຄ້າທີ່ເປັນປົກກະຕິຂອງຈີນແລະອາເມຣິກາຢ່າງໄຮ້ເຫດຜົນນັ້ນ,ຈະບໍ່ສາມາດສະກັດກັ້ນການພັດທະນາຂອງປະເທດຈີນໄດ້,ມີແຕ່ຈະຈຳກັດໂຕເອງ, ແລະພາດໂອກາດການພັດທະນາເທົ່ານັ້ນ.”