ສະມາຊິກອົງການການຄ້າໂລກຫວັງວ່າ: ກອງປະຊຸມລະດັບລັດຖະມົນຕີຈະບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບຫົວຂໍ້ທີ່ສຳຄັນ

2022-06-15 15:58:28 cri


ກອງປະຊຸມລະດັບລັດຖະມົນຕີຄັ້ງທີ 12 ຂອງອົງການການຄ້າໂລກ ຫຼື MC12 ທີ່ຈະດຳເນີນລະຫວ່າງວັນທີ 12-15 ມິຖຸນານີ້ພວມຈັດຂຶ້ນຢູ່ນະຄອນເຊີແນວ ປະເທດສະວິສ. ໃນໄລຍະຈັດກອງປະຊຸມ, ສະມາຊິກອົງການການຄ້າໂລກທັງຫຼາຍໄດ້ເນັ້ນໜັກຄືນເຖິງຖານະທີ່ເປັນແກນກາງຂອງອົງການການຄ້າໂລກໃນໂຄງປະກອບການຄ້າຫຼາຍຝ່າຍ, ຫວັງວ່າກອງປະຊຸມຄັ້ງນີ້ຈະໄດ້ຮັບຜົນສຳເລັດໃນຫົວຂໍ້ສຳຄັນຕ່າງໆ ເປັນຕົ້ນການປະຕິຮູບອົງການແລະການຄ້າ.

ຄະນະຜູ້ແທນອິນໂດເນເຊຍກ່າວວ່າ: ອົງການການຄ້າໂລກແມ່ນອົງການສາກົນພຽງໜຶ່ງດຽວທີ່ຮັບຜິດຊອບປະຕິບັດກົດລະບຽບການຄ້າລະຫວ່າງປະເທດ, ການທີ່ເປັນພື້ນຖານຂອງລະບົບການຄ້າສາກົນຂອງມັນບໍ່ມີການປ່ຽນແປງ, ໃນຂະນະທີ່ຊົມໃຊ້ຜົນປະໂຫຍດຂອງໂຄງປະກອບການຄ້າຫຼາຍຝ່າຍ, ສະມາຊິກທັງໝົດຄວນແບກຫາບໜ້າທີ່ຮັບຜິດຊອບໃນອົງການການຄ້າໂລກ. ອິນໂດເນເຊຍຮຽກຮ້ອງໃຫ້ອົງການການຄ້າໂລກປັບປຸງກົດລະບຽບໃໝ່ ເພື່ອສອດຄ່ອງກັບສະພາບການຄ້າຕົວຈິງໃນປັດຈຸບັນ.

ທ່ານຫວາງເວີນທ່າວ ລັດຖະມົນຕີກະຊວງການຄ້າຈີນໄດ້ເຂົ້າຮ່ວມກອງປະຊຸມ. ທ່ານກ່າວວ່າ: ໂຄງປະກອບການຄ້າຫຼາຍຝ່າຍທີ່ຖືອົງການການຄ້າໂລກເປັນແກນກາງແມ່ນພື້ນຖານຂອງການຄ້າສາກົນ, ຈີນຍິນດີຮ່ວມກັບຝ່າຍຕ່າງໆ ຮ່ວມກັນຊຸກຍູ້ໃຫ້ອົງການການຄ້າໂລກເສີມຂະຫຍາຍບົດບາດຫຼາຍກວ່າເກົ່າໃນການຟື້ນຟູເສດຖະກິດໂລກ.