“ຂໍ້ລິເລີ່ມຮັກສາຄວາມໝັ້ນຄົງຂອງໂລກ” ທີ່ຈີນສະເໜີນັ້ນມີຜົນດີຕໍ່ການປັບປຸງຄວາມໝັ້ນຄົງຂອງໂລກ

2022-06-15 15:05:26 cri


ຫວ່າງມໍ່ໆມານີ້, ເວັບໄຊສັງເກດນະໂຍບາຍຈີນຂອງແອັສະປາຍໄດ້ເຜີຍແຜ່ບົດຄວາມຂອງທ່ານຊູລິໂອ ຣິໂອສ ຜູ້ຊ່ຽວຊານກ່ຽວກັບບັນຫາຈີນ ທີ່ມີຫົວຂໍ້ວ່າ: “ປະເທດຈີນ, ການພັດທະນາແລະຄວາມໝັ້ນຄົງຂອງໂລກ”. ບົດຄວາມນີ້ເຫັນວ່າ: “ຂໍ້ລິເລີ່ມຮັກສາຄວາມໝັ້ນຄົງຂອງໂລກ” ທີ່ຈີນສະເໜີນັ້ນມີຜົນດີຕໍ່ການປັບປຸງຄວາມໝັ້ນຄົງຂອງໂລກ.


“ຂໍ້ລິເລີ່ມຮັກສາຄວາມໝັ້ນຄົງຂອງໂລກ” ແມ່ນທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີໃນພິທີເປີດກອງປະຊຸມເວທີປຶກສາຫາລືອາຊີໂປອາວໃນເດືອນເມສາປີ 2022 ເຊິ່ງມີຈຸດຢືນໃຫ້ປະລະແນວຄິດສົງຄາມເຢັນ, ລິເລີ່ມໃຫ້ຍຶດໝັ້ນແນວຄິດຄວາມໝັ້ນຄົງຮ່ວມກັນ, ສັງລວມ, ການຮ່ວມມືແລະຍືນຍົງ, ຍຶດໝັ້ນເຄົາລົບອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຕ່າງໆ, ຍຶດໝັ້ນແກ້ໄຂຄວາມເຫັນທີ່ບໍ່ກົງກັນແລະຄວາມຂັດແຍ້ງກັນລະຫວ່າງປະເທດດ້ວຍສັນຕິວິທີໂດຍຜ່ານການສົນທະນາແລະປຶກສາຫາລືກັນ.


ໃນບົດຄວາມດັ່ງກ່າວລະບຸວ່າ: ຍ້ອນໄດ້ຮັບຮູ້ເຖິງຜົນກະທົບຂອງບັນຫາກ່ຽວກັບຄວາມໝັ້ນຄົງຂອງໂລກທີ່ມີຕໍ່ການພັດທະນາຂອງຈີນ ແລະເປັນຫ່ວງນຳການເກີດສະຖານະການທີ່ຮ້າຍແຮງຂຶ້ນຕື່ມອີກໃນຫຼາຍປີຕໍ່ໜ້ານີ້ຍ້ອນການເປັນປໍລະປັກກັນລະຫວ່າງຈີນ-ອາເມຣິກາໜັກໜ່ວງຂຶ້ນ, ຈີນໄດ້ໃຊ້ການກະທຳຢ່າງເປັນເຈົ້າການ ໂດຍໄດ້ສະເໜີແນວຄວາມຄິດ “ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ”. ປັດຈຸບັນ, ແນວຄວາມຄິດນີ້ໄດ້ເຊື່ອມໂຍງເຂົ້າໃນວຽກງານການຕ່າງປະເທດຂອງຈີນ, ມີຈຸດຢືນໃຫ້ສະແຫວງຫາການພັດທະນາແລະຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ປົກປັກຮັກສາຜົນປະໂຫຍດຮ່ວມຂອງປະຊາຊົນປະເທດຕ່າງໆຢູ່ໃນໂລກ.