ສຳນັກງານເພື່ອຊາວອົບພະຍົບຂອງອົງການສະຫະປະຊາຊາດປະກາດວ່າ:ຈຳ ນວນຄົນໄຮ້ທີ່ເພິ່ງພາອາໄສຢູ່ໃນໂລກເກືອບ 10 ປີຜ່ານມານີ້ໄດ້ສືບຕໍ່ເພີ່ມຂຶ້ນ

2022-06-16 16:04:32 cri


ສຳນັກງານເພື່ອຊາວອົບພະຍົບອົງການສະຫະປະຊາຊາດໄດ້ປະກາດບົດ ລາຍງານໃນວັນທີ 16 ມິຖຸນານີ້ໂດຍລະບຸວ່າ:ໃນ 10 ປີຜ່ານມານີ້, ຈຳນວນ ຄົນໄຮ້ທີ່ເພິ່ງພາອາໄສຢຸ່ໃນໂລກໄດ້ສືບຕໍ່ເພີ່ມຂຶ້ນ,ຈຳນວນຄົນໄຮ້ທີ່ເພິ່ງພາອາໄສຢູ່ໃນໂລກໃນປີິ 2021 ໄດ້ບັນລຸລະດັບສູງສຸດນັບແຕ່ເລີ່ມມີການບັນທຶກມານີ້. ສຳນັກງານເພື່ອຊາວອົບພະຍົບອົງການສະຫະປະຊາຊາດແນະນຳວ່າ:ຢາກຫັນ ປ່ຽນທ່າອ່ຽງດັ່ງກ່າວນີ້,ມີແຕ່ຜ່ານການນຳໃຊ້ການເຄື່ອນໄຫວສັນຕິພາບຄັ້ງໃໝ່ທີ່ປະສານງານຢ່າງເປັນເອກະພາບກັນ.


ອີງຕາມບົດລາຍງານກ່ຽວກັບທ່າອ່ຽງທົ່ວໂລກປະຈຳປີຂອງສຳນັກງານເພື່ອຊາວອົບພະຍົບອົງການສະຫະປະຊາຊາດ,ຮອດທ້າຍປີ2021,ຈຳນວນຄົນໄຮ້ທີ່ ເພິ່ງພາອາໄສຍ້ອນສົງຄາມ ຄວາມຮຸນແຮງ ການທຳຮ້າຍກໍ່ຄືການລະເມີດ ສິດທິມະນຸດໄດ້ບັນລຸເຖິງ 89.300.000 ຄົນ,ຕົວເລກນີ້ໄດ້ເພີ່ມຂຶ້ນ 8%ເມື່ອ ທຽບກັບປີ 2020,ແລະສູງກວ່າຕົວເລກສະຖິຕິເມື່ອ 10 ກ່ອນນັ້ນ 1 ເທົ່າ.