ຈີນຈະສືບຕໍ່ເສີມຂະຫຍາຍບົດບາດທີ່ສຳຄັນເຂົ້າໃນການຮັກສາຄວາມໝັ້ນທ່ຽງຂອງລາຄາສິນຄ້າຢູ່ໃນໂລກ

2022-06-17 10:18:24 cri



   ເດືອນພຶດສະພາ 2022 ນີ້, ດັດຊະນີລາຄາຜູ້ຊົມໃຊ້ຫຼື CPI ຂອງຈີນໄດ້ເພີ່ມຂຶ້ນ 2,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຂະນະທີ່ໄດ້ຫຼຸດລົງ 0,2% ເມື່ີອທຽບໃສ່ເດືອນເມສາປີດຽວກັນ. ຈັງຫວະການເຕີບໂຕຂອງດັດຊະນີລາຄາຜູ້ຜະລິດອຸດສາຫະກຳຫຼື PPI ໄດ້ຫຼຸດລົງຄືນເຖິງ 6,4%, ເຊິ່ງເປັນການຫຼຸດລົງ 7 ເດືອນຕິດຕໍ່ກັນ. ວັນທີ 16 ມິຖຸນານີ້, ທ່ານນາງເມີ້ງເຫວີຍ ໂຄສົກຄະນະກຳມະການພັດທະນາ ແລະປະຕິຮູບແຫ່ງຊາດຈີນໄດ້ກ່າວຢືນຢັນໃນກອງປະຊຸມຖະແຫຼງຂ່າວວ່າ: ການທີ່ລາຄາສິນຄ້າພາຍໃນປະເທດຈີນໄດ້ຮັກສາຢູ່ໃນລະດັບທີ່ໝັ້ນທ່ຽງ ແມ່ນສາມາດ ບັນລຸໄດ້ພາຍໃຕ້ສະພາບລາຄາສິນຄ້າທີ່ຊື້ຂາຍກັນເປັນຈຳນວນຫຼວງຫຼາຍໃນສາກົນໄດ້ສືບຕໍ່ເພີ່ມຂຶ້ນຢູ່ໃນລະດັບສູງ, ກຸ່ມເສດຖະກິດສຳຄັນອື່ນໆຢູ່ໃນໂລກພວມປະເຊີນ ກັບແຮງກົດດັນອ່າວສູງໃນດ້ານໄພເງິນເຟີ້, ເຊິ່ງຖືວ່າເປັນຜົນງານທີ່ຍາດມາ ໄດ້ແບບບໍ່ງ່າຍດາຍ, ແລະໄດ້ເສີມຂະຫຍາຍບົດບາດທີ່ສຳຄັນເຂົ້າໃນການຮັກສາ ຄວາມໝັ້ນທ່ຽງຂອງລາຄາສິນຄ້າຢູ່ໃນໂລກ.

     ທ່ານນາງເມີ້ງເຫວີຍຍັງໃຫ້ຮູ້ຕື່ມວ່າ: “ເດືອນພຶດສະພາຜ່ານມານີ້,  CPI ຂອງອາເມຣິກາໄດ້ເພີ່ມຂຶ້ນ 8,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ອັງກິດໄດ້ເພີ່ມຂຶ້ນ 9%, ສືບຕໍ່ສ້າງສະຖິຕິສູງຄັ້ງໃໝ່ໃນຮອບ 40 ປີຜ່ານມາ. CPI ຂອງເຂດໃຊ້ເງິນເອີໂຣໄດ້ເພີ່ມຂຶ້ນ 8,1% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ, ເຊິ່ງໄດ້ສ້າງສະຖິຕິສູງອີກຄັ້ງໃໝ່ໃນປະຫວັດສາດ. CPIຂອງກຸ່ມເສດ ຖະກິດຈະເລີນໃໝ່ຈຳນວນຫຼາຍໄດ້ເພີ່ມຂຶ້ນຫຼາຍກວ່າ 10%, ແລະມີປະເທດຈຳນວນໜ້ອຍໄດ້ເພີ່ມຂຶ້ນຫຼາຍກວ່າ 50%. ສາມາດເວົ້າໄດ້ວ່າ: ລະດັບລາຄາ ສິນຄ້າຂອງຈີນແມ່ນຕ່ຳກວ່າກຸ່ມເສດຖະກິດສຳຄັນຢູ່ໃນໂລກເຊັ່ນ ອາເມຣິກາແລະເອີຣົບ ເປັນຕົ້ນ, ເຊິ່ງໄດ້ສືບຕໍ່ເສີມຂະຫຍາຍບົດບາດທີ່ສຳຄັນເຂົ້າໃນການຮັກສາ ຄວາມໝັ້ນທ່ຽງຂອງລາຄາສິນຢູ່ຄ້າໃນໂລກ.”