ນາໂຕຈະຈັດວາງກອງທະຫານຫຼາຍກວ່າເກົ່າຢູ່ເຂດແນວໜ້າປີກຕາເວັນອອກຂອງຕົນ

2022-06-17 15:23:12 cri


ວັນທີ 16 ມິຖຸນານີ້,ທ່ານເຈນສ ສະໂຕນເຕັນເບີກ ເລຂາທິການໃຫຍ່ອົງການນາໂຕໄດ້ກ່າວວ່າ:ນາໂຕຈະຈັດວາງກອງທະຫານຫຼາຍກວ່າເກົ່າຢູ່ເຂດແນວໜ້າປີກຕາເວັນອອກຂອງຕົນເພື່ອເພີ່ມທະວີການປ້ອງກັນແລະບັນລຸການສົ່ງກຳລັງສະໜັບສະໜູນເພີ່ມຢ່າງວ່ອງໄວ.


ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດຂອງປະເທດສະມາຊິກນາໂຕໄດ້ໄຂຂຶ້ນຢູ່ນະຄອນບຣຸກແຊນປະເທດແບນຊິກລະຫວ່າງວັນທີ 15 ຫາວັນທີ 16 ມິຖຸນານີ້ເພື່ອເຮັດວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດຂອງນາໂຕທີ່ຈະຈັດຂຶ້ນຢູ່ນະຄອນຫຼວງມາດຣິດປະເທດແອັສປາຍໃນໄວໆນີ້.ທ່ານສະໂຕນເຕັນເບີກໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວພາຍຫຼັງກອງປະຊຸມວ່າ:ວິກິດການອູແກຣນໄດ້ນຳມາສູ່ການປ່ຽນແປງແບບພິກປີ້ນ,ຕ້ອງວາງມາດຕະການຮັບມືເປັນເວລາຍາວນານ.ກອງປະຊຸມສຸດຍອດມາດຣິດຈະແມ່ນກອງປະຊຸມການປ່ຽນແປງໃໝ່ຄັ້ງໜຶ່ງ ພ້ອມທັງຈະທຳການຕົກລົງບັນຫາສຳຄັນຈຳນວນຫຼາຍ.