ຮ່າງກົດໝາຍຫຼາຍສະບັບທີ່ຈະພິຈະລະນາໃນກອງປະຊຸມປະຈຳຂອງອົງການນິຕິບັນຍັດຈີນທີ່ຈະໄຂຂຶ້ນໃນໄວໆນີ້ ໄດ້ຮັບຄວາມສົນໃຈເປັນຢ່າງສູງ

2022-06-17 14:26:09 cri


ຄະນະກຳມະການປະຈຳສະພາປະຊາຊົນແຫ່ງຊາດຈີນ ຄືອົງການນິຕິບັນຍັດຂອງຈີນຈະຈັດກອງປະຊຸມປະຈຳໃນລະຫວ່າງວັນທີ 21 ຫາວັນທີ 24 ມິຖຸນານີ້ ເຊິ່ງກອງປະຊຸມຄັ້ງນີ້ຈະພິຈາລະນາຮ່າງກົດໝາຍຫຼາຍສະບັບ ເຊັ່ນຮ່າງກົດໝາຍວ່າດ້ວຍການກິລາສະບັບປັບປຸງ ແລະຮ່າງກົດໝາຍວ່າດ້ວຍຄຸນນະພາບແລະຄວາມປອດໄພຂອງຜະລິດຕະພັນກະສິກຳສະບັບປັບປຸງເປັນຕົ້ນ ເພື່ອເປັນການຕອບຄືນຄວາມສົນໃຈຂອງປະຊາຊົນທີ່ມີຕໍ່ຂົງເຂດທີ່ກ່ຽວຂ້ອງ. ຕອນເຊົ້າວັນທີ 16 ມິຖຸນານີ້, ຄະນະກຳມະການວຽກງານລະບອບກົດໝາຍຂອງຄະນະກຳມະການປະຈຳສະພາປະຊາຊົນແຫ່ງຊາດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແຈ້ງສະພາບການເຮັດວຽກກ່ຽວກັບການສ້າງກົດໝາຍ.



ຄຽງຄູ່ກັບການອອກກຳລັງກາຍຜ່ານທາງອິນເຕີເນັດໄດ້ເພີ່ມຫຼາຍຂຶ້ນໃນມໍ່ໆນີ້, ປະຊາຊົນມີຄວາມສົນໃຈນັບມື້ຫຼາຍຂຶ້ນຕໍ່ບັນຫາການອອກກຳລັງກາຍແລະສຸຂະພາບ. ການທີ່ຈະເຮັດແນວໃດເພື່ອໃຫ້ການອອກກຳລັງກາຍທົ່ວປວງຊົນກັບການໃຫ້ທົ່ວປວງຊົນມີສຸຂະພາບແຂງແຮງປະສານສົມທົບກັນຢ່າງແໜ້ນແຟ້ນໄດ້ ແມ່ນຈຸດສຳຄັນໃນການປັບປຸງກົດໝາຍວ່າດ້ວຍການກິລາຄັ້ງນີ້. ທ່ານຢາງເຫີຊີ້ງ ໂຄສົກຄະນະກຳມະການວຽກງານລະບອບກົດໝາຍຂອງຄະນະກຳມະການປະຈຳສະພາປະຊາຊົນແຫ່ງຊາດຈີນກ່າວວ່າ: “ໜຶ່ງຈະກຳນົດວ່າ: ປະເທດຈະປະຕິບັດຍຸດທະສາດການອອກກຳລັງກາຍທົ່ວປວງຊົນ, ສ້າງລະບົບບໍລິການສາທາລະນະໃຫ້ກັບການອອກກຳລັງກາຍທົ່ວປວງຊົນ, ສົ່ງເສີມແລະສະໜັບສະໜູນປະຊາຊົນເຂົ້າຮ່ວມກິດຈະກຳອອກກຳລັງກາຍທົ່ວປວງຊົນ. ສອງຈະກຳນົດວ່າ: ປະເທດຈະສົ່ງເສີມແຜນການອອກກຳລັງກາຍທົ່ວປວງຊົນ, ວາງແລະປະຕິບັດມາດຕະຖານຂອງກິລາທີ່ໃຊ້ອອກກຳລັງກາຍ, ດຳເນີນການຕິດຕາມສຸຂະພາບຂອງປະຊາຊົນແລະກວດກາສະພາບການຂອງກິດຈະກຳການອອກກຳລັງກາຍທົ່ວປວງຊົນຢ່າງເປັນປະຈຳ, ດຳເນີນວຽກງານຊີ້ນຳການອອກກຳລັງກາຍຕາມຫຼັກວິທະຍາສາດ. ສາມຈະກຳນົດວ່າ: ປະເທດຈະສ້າງແລະບູລະນະກົນໄກປະສານງານຕໍ່ວຽກງານການອອກກຳລັງກາຍທົ່ວປວງຊົນໃຫ້ສົມບູນ, ຮຽກຮ້ອງໃຫ້ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ແລະພາກສ່ວນທີ່ກ່ຽວຂ້ອງອຳນວຍເງື່ອນໄຂທີ່ຈຳເປັນໃຫ້ກັບກິດຈະກຳການອອກກຳລັງກາຍທົ່ວປວງຊົນ.”



ປະຊາຊົນຖືອາຫານການກິນເປັນສິ່ງສຳຄັນທີ່ສຸດ, ຄຸນນະພາບແລະຄວາມປອດໄພຂອງຜະລິດຕະພັນກະສິກຳແມ່ນພົວພັນເຖິງຄວາມປອດໄພຂອງອາຫານ. ທ່ານຢາງເຫີຊີ້ງໃຫ້ຮູ້ຕື່ມວ່າ: ຈຸດສຳຄັນແລະບັນຫາສຳຄັນທີ່ຈະແກ້ໄຂໃນການປັບປຸງກົດໝາຍວ່າດ້ວຍຄຸນນະພາບແລະຄວາມປອດໄພຂອງຜະລິດຕະພັນກະສິກຳຄັ້ງນີ້ແມ່ນຈະອີງຕາມມາດຕະການທີ່ສຸຂຸມຮອບຄອບທີ່ສຸດ, ການຕິດຕາມກວດກາທີ່ເຄັ່ງຄັດທີ່ສຸດ, ການລົງໂທດທີ່ເຂັ້ມງວດທີ່ສຸດ ແລະການສືບທາວຫາຄວາມຮັບຜິດຊອບທີ່ເຄັ່ງຄັດທີ່ສຸດ, ກຳນົດແລະຮັດແໜ້ນໜ້າທີ່ຮັບຜິດຊອບຂອງກຸ່ມເປົ້າໝາຍທີ່ກ່ຽວຂ້ອງທີ່ມີຕໍ່ຄຸນນະພາບແລະຄວາມປອດໄພຂອງຜະລິດຕະພັນກະສິກຳຕື່ມອີກ