ໝາກຜົນທີ່ຂົມຂື່ນທີ່ອາເມຣິກາກົດດັນວິສາຫະກິດຈີນຢ່າງໄຮ້ເຫດ ຜົນ,ສຸດທ້າຍແມ່ນໃຫ້ວິສາຫະກິດແລະປະຊາຊົນອາເມຣິກາເປັນຜູ້ ກືນລົງ

2022-06-18 14:37:54 cri

   ຕໍ່ກັບເລື່ອງທີ່ວິສາຫະກິດທຸລະກິດຂອງອາເມຣິກາອາດຈະຕົກຢູ່ໃນສະພາບ ຄວາມຫຍຸ້ງຍາກຍ້ອນການມ້າງອຸປະກອນຂອງວິສາຫະກິດຈີນ,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 17 ມິຖຸນານີ້ວ່າ,ເລື່ອງນີ້ໄດ້ສະແດງໃຫ້ເຫັນວ່າ,ໝາກຜົນທີ່ຂົມຂື່ນທີ່ອາເມຣິກາ ກົດດັນວິສາຫະກິດຈີນຢ່າງໄຮ້ເຫດຜົນ,ສຸດທ້າຍແມ່ນໃຫ້ວິສາຫະກິດແລະປະຊາ ຊົນອາເມຣິກາເປັນຜູ້ກືນລົງ.


   ອີງຕາມລາຍງານຂ່າວແຈ້ງໃຫ້ຮູ້ວ່າ:ຫວ່າງມໍ່ໆນີ້,ຄະນະກຳມະການໂທລະ ຄົມມະນາຄົມສະຫະພັນອາເມຣິກາໄດ້ກ່າວວ່າ,ໃນຄຳຮ້ອງຂໍການຊົດເຊີຍທີ່ວິສາ ຫະກິດທຸລະກິດຂອງອາເມຣິກາເປັນຜູ້ຍື່ນຍ້ອນການມ້າງອຸປະກອນທີ່ຜະລິດໂດຍວິສາຫະກິດຈີນເຊັ່ນຫົວເຫວີຍ ຈົ່ງຊິງເປັນຕົ້ນນັ້ນ,ມີສອງສ່ວນສາມມີ “ຂໍ້ບົກພ່ອງສຳຄັນ”,ຄາດວ່າ, ຕົ້ນທຶນໃນການປ່ຽນຖ່າຍອຸປະກອນຂອງວິສາຫະກິດຈີນເຫຼົ່ານີ້ຈະສູງເຖິງ 5 ຕື້ 300 ລ້ານໂດລາສະຫະລັດ ເຊິ່ງຫຼາຍກວ່າງົບປະມານທີ່ລັດຖະສະພາອາເມຣິກາຜ່ານຮັບຮອງໃນປີກາຍນີ້ຄື 1 ຕື້ 900 ລ້ານໂດລາສະຫະລັດນັ້ນຢ່າງຫຼວງຫຼາຍ.


   ທ່ານວ່າງເວີນປ່ິນກ່າວວ່າ,ຈີນໄດ້ເອົາໃຈໃສ່ແລ້ວວ່າ:ມີຄຳວິຈານໄດ້ຊີ້ອອກວ່າ,ວິສາຫະກິດຂອງອາເມຣິກາທີ່ບໍ່ໄດ້ຮັບການຊົດເຊີຍນັ້ນຈະຕົກຢູ່ໃນສະພາບຄວາມຫຍຸ້ງຍາກ,ສຸດທ້າຍອາດຈະຖືກບັງຄັບຕ້ອງປ່ຽນຖ່າຍອຸປະກອນດ້ວຍທຶນຂອງໂຕເອງ.ນັກການເມືອງອາເມຣິກາເລິ່ມຈາກຜົນປະໂຫຍດສ່ວນຕົວ,ຂະຫຍາຍນິຍາມກ່ຽວກັບຄວາມໝັ້ນຄົງແຫ່ງຊາດ,ນຳໃຊ້ກຳລັງແຫ່ງຊາດ, ກົດດັນວິສາຫະກິດສະເພາະຂອງຈີນຢ່າງໄຮ້ເຫດຜົນ,ໝາກຜົນທີ່ຂົມຂື່ນໃນສຸດທ້າຍພັດແມ່ນໃຫ້ວິສາຫະກິດແລະປະຊາຊົນອາເມຣິກາເປັນຜູ້ກືນລົງ.