ຄວາມເປັນຫ່ວງຂອງປະຊາຄົມໂລກກ່ຽວກັບນ້ຳປົນເປື້ອນລັງສີນີວເຄລຍນັ້ນແມ່ນສົມເຫດສົມຜົນທັງນັ້ນ

2022-06-18 14:50:26 cri


ຫວ່າງມໍ່ໆນີ້,ອົງການພະລັງງານປະລະມານູສາກົນໄດ້ປະກາດບົດລາຍງານປະເມີນຜົນການເດີນທາງໄປສຳຫຼວດຢູ່ຍີ່ປຸ່ນເມື່ອເດືອນມີນາປີ 2022 ນີ້ຂອງໜ່ວຍງານເຕັກນິກກ່ຽວກັບການແກ້ໄຂບັນຫານ້ຳປົນເປື້ອນລັງສີນີວເຄລຍຢູ່ຟູຄູຊີມະຂອງຍີປຸ່ນ.ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 17 ມິຖຸນານີ້ວ່າ:ເມື່ອສັງເກດເບິ່ງໃນເບື້ອງ ຕົ້ນແລ້ວເຫັນວ່າ,ຈຸດສຳຄັນໃນບົດລາຍງານແມ່ນປະເມີນຂະບວນ ການກວດກາ ແລະອະນຸມັດແຜນການກ່ຽວກັບການແກ້ໄຂບັນຫານ້ຳປົນເປື້ອນລັງສີນີວເຄລຍຢູ່ຟູຄູຊີມະຂອງຄະນະກຳມະການກົດລະບຽບພະລັງງານປະລະມານູຍີ່ປຸ່ນແມ່ນ ສອດຄ່ອງກັບມາດຕະຖານດ້ານຄວາມປອດໄພຂອງສາກົນຫຼືບໍ່,ໝາຍຄວາມວ່າ ຍັງບໍ່ທັນມີຄຳສະຫຼຸບໃດໆ.


ທ່ານວ່າງເວີນປິ່ນກ່າວວ່າ,ເມື່ອສັງລວມບົດລາຍງານສອງສະບັບທີ່ອົງການພະລັງງານປະລະມານູສາກົນໄດ້ປະກາດໃນປັດຈຸບັນນີ້ແລ້ວເຫັນວ່າ,ຄວາມເປັນຫ່ວງຂອງປະຊາຄົມໂລກກ່ຽວກັບຄວາມໜ້າເຊື່ອຖືຂອງຕົວເລກຂໍ້ມູນນ້ຳປົນເປື້ອນລັງສີນີວເຄລຍ ຄວາມມີປະສິດທິຜົນຂອງອຸປະກອນກັ່ນຕອງແລະຄວາມບໍ່ແນ່ນອນດ້ານຜົນກະທົບຕໍ່ສິ່ງແວດລ້ອມນັ້ນແມ່ນສົມເຫດສົມຜົນທັງນັ້ນ.


“ແຕ່ສິ່ງທີ່ໜ້າເສຍໃຈນັ້ນແມ່ນ,ຈົນຮອດປັດຈຸບັນ,ຍີ່ປຸ່ນບໍ່ພຽງແຕ່ບໍ່ໄດ້ໃຫ້ຄວາມຊີ້ແຈງຢ່າງເຕັມສ່ວນແລະໜ້າເຊື່ອຖືກ່ຽວກັບບັນຫາດັ່ງກ່າວເທົ່ານັ້ນ,ຊ້ຳພັດຂືນຊຸກຍູ້ການກວດກາອະນະມັດແຜນການປ່ອຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລພ້ອມທັງເລີ່ມດຳເນີນການກໍ່ສ້າງໂຄງການປ່ອຍນ້ຳປົນເປື້ອນດ່ັງກ່າວລົງສູ່ທະເລພາຍໃຕ້ສະພາບທີ່່ໜ່ວຍງານດ້ານເຕັກນິກຂອງອົງການດັ່ງກ່າວຍັງພວມດຳເນີນວຽກງານແລະຍັງບໍ່ທັນມີຂໍ້ສະຫຼຸບຫຍັງ,ການກະທຳແບບນີ້ທີ່ບໍ່ເອົາຫົວຊານຳຄວາມເປັນຫ່ວງຂອງຝ່າຍຕ່າງໆໂດຍເຈດຕະນາສ້າງເປັນເລື່ອງຈິງນັ້ນແມ່ນບໍ່ມີ ຄວາມຮັບຜິດຊອບທີ່ສຸດ.”